ເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນຕ້ານໂລກພະຍາດໂດຍໄວຣັດZikaກໍ່ຂຶ້ນ

ເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນຕ້ານໂລກພະຍາດໂດຍໄວຣັດZikaກໍ່ຂຶ້ນ - ảnh 1
(ພາບປະກອບ)

(vovworld) – ​    ວັນ​ທີ 31/01, ກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ໃຫ້​ຮູ້​ວ່າ: ຕາມ​ແຈ້ງ​ການ​ຂອງ​ອົງການ​ສາທາລະນະ​ສຸກ​ໂລກ (WHO), ​​ໂລກພະຍາດ​ໂດຍ​​ໄວຣັດ Zika ກໍ່ຂຶ້ນ ພວມ​ຜັນ​ແປສັບສົນ​ໃນ​ໂລກ ດ້ວຍ​ການ​​ແປດໄວ. ປະຈຸ​ບັນມີ​ກ່ວາ 30 ປະ​ເທດ ​ແລະ ​ເຂດ​​ແຄ້ວນ​ໄດ້ຮັບ​ຮູ້ກໍລະນີ​ຕິດພະຍາດ​ໂດຍ​ໄວຣັດ Zika, ຕົ້ນຕໍ​ແມ່ນ​ບັນດາ​ປະ​ເທດ​ພາກ​ພື້ນ​ອາ​ເມ​ລິ​ກາ. ອົງການ​ສາທາລະນະ​ສຸກ​ໂລກພວມ​ຄົ້ນຄວ້າ ​ເພື່ອກຳນົດ​ສາຍ​ກ່ຽວພັນ​ຂອງ​ໄວຣັດ Zika. ກະ​ຊວງ​ສາທາລະນະ​ສຸກຢືນຢັນ​ວ່າ: ປະຈຸ​ບັນ ຫວຽດນາມ ຍັງ​ບໍ່​ທັນຢືນຢັນ​ມີ​ກໍລະນີ​ຕິດພະຍາດ​ໂດຍ​ ໄວຣັດ Zika ກໍ່​ຂຶ້ນ. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ ກະຊວງ​ສາທາລະນະ​ສຸກ​ສະ​ເໜີ​ບັນດາ​ແຂວງ, ນະຄອນ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວກວດ​ໂລກລະບາດ​ຢູ່​ບັນດາ​ດ່ານ​ຊາຍແດນ​ສາກົນ​ເປັນ​ຢ່າງ​ດີ; ຕິດຕາມ​ກວດກາ​ຢ່າງ​ແໜ້ນ​ແຟ້ນບັນດານັກ​ທ່ອງ​ທ່ຽວ​ເຂົ້າ​ເມືອງ, ​ເພື່ອກວດພົບ​ບັນດາກໍລະນີທີ່​ສົງ​ໄສ​ຕິດພະຍາດ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ