ເປັນເຈົ້າການໃນການປະດິດຄິດສ້າງ, ລະດົມແຫຼ່ງກຳລັງຫຼາຍກວ່າອີກ ເພື່ອຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ

(VOVWORLD) -ລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈ ເພື່ອຄົນທຸກຍາກ” ປີ 2018 ດ້ວຍຫົວຂໍ້ “ທົ່ວປະເທດຮ່ວມແຮງຮ່ວມໃຈ ເພື່ອຄົນທຸກຍາກ - ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ” ໄດ້ດຳເນີນໃນຕອນຄ່ຳວັນທີ 17 ຕຸລາ, ທີ່ ຮ່າໂນ້ຍ.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫວຽນທິກິມເງິນ ເນັ້ນໜັກວ່າ ການຫຼຸດຜ່ອນຄວາມທຸກຍາກ ຍາມໃດພັກ, ລັດ ກໍ່ໄດ້ກຳນົດວ່າທັງເປັນເປົ້າໝາຍ, ທັງເປັນຄວາມຮຽກຮ້ອງຕ້ອງການເພື່ອການພັດທະນາແບບຍືນຍົງ ແລະ ໄດ້ກາຍເປັນແຜນນະໂຍບາຍ, ໂຄງການໃຫຍ່ ຂອງຊາດ, ທີ່ເຕັມໄປດ້ວຍລັກສະນະວັດທະນະທຳ, ສະແດງໃຫ້ເຫັນມູນຊື້ອອັນດີງາມຂອງຊາດ ເພື່ອຕັດສິນໃຈປະຕິບັດ. ທ່ານນາງກ່າວວ່າ:

“ມາຮອດປັດຈຸບັນ, ອັດຕາສ່ວນຄອບຄົວທຸກຍາກ ຕາມມາດຖານຫຼາຍທິດທາງ ໄດ້ຫຼຸດລົງຫຼາຍ, ຍັງເຫຼືອພຽງ 6,7%, ອັດຕາສ່ວນ ກັບຄືນລະດັບຄອບຄົວມາທຸກຍາກ ແມ່ນຕ່ຳກວ່າຫຼາຍ ເມື່ອທຽບໃສ່ກັບໄລຍະຜ່ານມາ, ລື່ນກາຍ ຕົວເລກຄາດໝາຍທີ່ສະພາແຫ່ງຊາດໄດ້ວາງອອກ. ໝາກຜົນນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນຄວາມໝັ້ນຄົງ, ການພັດທະນາແບບຍືນຍົງຂອງປະເທດຊາດ. ຂ້າພະເຈົ້າຕີລາຄາສູງເລື່ອງ ປະຊາຄົມວິສາຫະກິດ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາປະເທດ, ອົງການຈັດຕັ້ງສາກົນ ທີ່ໄດ້ຮ່ວມແຮງຮ່ວມໃຈ, ຮ່ວມເດີນທາງ ໃນການພັດທະນາ ເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ປະສົບຄວາມຫຍຸ້ງຍາກ. ນີ້ແມ່ນການກະທຳອັນສູງສົ່ງ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງຄົນທຸກຍາກ, ຜູ້ທີ່ປະສົບຄວາມຫຍຸ້ງຍາກ”

ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຮຽກຮ້ອງບັນດາວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນຢູ່ທັງພາຍໃນ ແລະ ຕ່າງປະເທດ ສືບຕໍ່ຮ່ວມແຮງຮ່ວມໃຈ, ຮ່ວມເດີນທາງພ້ອມກັບພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ມີການກະທຳແທດຈິງ, ປະກອບສ່ວນໃຫຍ່ຫຼວງກວ່າອີກ ໃຫ້ແກ່ກິດຈະການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ກໍ່ສ້າງຊົນນະບົດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ