ເພີ່ມຄວາມສາມາດໃນການເຊື່ອມໂຍງ, ຊຸກຍູ້ເສດຖະກິດພັດທະນາວ່ອງໄວ, ຍືນຍົງ

(VOVWORLD) - ເພື່ອບັນລຸໄດ້ບັນດາເປົ້າໝາຍລະອຽດດັ່ງກ່າວ, ມະຕິໄດ້ຍົກອອກ 5 ມາດຕະການສຳຄັນຄື: ປະຕິຮູບ, ສ້າງລະບອບລະບຽບການເສດຖະກິດໃຫ້ສົມບູນແບບ; ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ
 

ວັນທີ 5 ກໍລະກົດ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ມະຕິກ່ຽວກັບການຍົກສູງປະສິດທິຜົນການເຊື່ອມໂຍງເສດຖະກິດສາກົນ, ຊຸກຍູ້ເສດຖະກິດພັດທະນາວ່ອງໄວ ແລະ ຍືນຍົງໄລຍະ 2023 – 2030.  ມະຕິໄດ້ວາງເປົ້າໝາຍຍົກລະດັບ ແລະ ຄຸນນະພາບການເຊື່ອມໂຍງເຂົ້າກັບສາກົນເວົ້າລວມ ແລະ ເຊື່ອມໂຍງເສດຖະກິດເວົ້າສະເພາະ, ປະກອບສ່ວນຕັ້ງໜ້າເຂົ້າໃນວິວັດການປ່ຽນແປງໃໝ່ຮູບແບບການເຕີບໂຕຕາມທິດຍືນຍົງ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ເພີ່ມທະວີການຮ່ວມມືພາກລັດ - ເອກະຊົນ, ລະດົມບັນດາແຫຼ່ງກຳລັງສັງຄົມ, ຍູ້ແຮງການຫັນປະເທດເປັນອຸດສາຫະກຳ, ທັນສະໄໝ; ຮັດແຄບຊ່ອງຫວ່າງການພັດທະນາຂອງ ຫວຽດນາມ ເມື່ອທຽບໃສ່ບັນດາປະເທດທີ່ພັດທະນາກ່ວາໃນພາກພື້ນ ແລະ ໂລກ.

        ເພື່ອບັນລຸໄດ້ບັນດາເປົ້າໝາຍລະອຽດດັ່ງກ່າວ, ມະຕິໄດ້ຍົກອອກ 5 ມາດຕະການສຳຄັນຄື: ປະຕິຮູບ, ສ້າງລະບອບລະບຽບການເສດຖະກິດໃຫ້ສົມບູນແບບ; ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ; ປະຕິບັດສັນຍາການຄ້າເສລີ (FTA) ໃຫ້ມີປະສິດທິຜົນ; ຊຸກຍູ້ການເຕີບໂຕເສດຖະກິດຫຼັງໂລກລະບາດໂຄວິດ -19 ແລະ ພັດທະນາແບບຍືນຍົງ; ເຊື່ອມໂຍງຮອບດ້ານໃນບັນດາຂົງເຂດວັດທະນະທຳສັງຄົມ, ວິທະຍາສາດເຕັກໂນໂລຊີ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ