ເພີ່ມທະວີການບໍລິການສັງຄົມໃຫ້ແມ່ຍິງອົບພະຍົບ

ເພີ່ມທະວີການບໍລິການສັງຄົມໃຫ້ແມ່ຍິງອົບພະຍົບ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 21/04, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້​ສົມທົບ​ກັບ​ອົງການ​ຂ້າ​ຫຼວງ​ໃຫຍ່ສະຫະ​ປະຊາ​ຊາດ ​ເພື່ອ​ຊາວ​ອົບ​ພະ​ຍົບ (UNHCR) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ພາກ​ພື້ນ ກ່ຽວ​ກັບ​ການ​ຊຸກຍູ້​ການ​ບໍລິການ​ສັງຄົມ​ໃຫ້​ແມ່ຍິງ​ອົບ​ພະຍົບ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຢູ່​ນອກ​ພິທີ​ສ້າງ​ຕັ້ງ​ເຄືອ​ຂ່າຍວິ​ສາ​ຫະກິດ​ຍິງ​ອາ​ຊຽນ.

        ກອງ​ປະຊຸມ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ອົບ​ພະຍົບພາຍ​ໃນປະ​ເທດ ​ແລະ ສາກົນ ພວມ​ແມ່ນ​ບັນຫາທົ່ວ​ໄປ​ສຳລັບ​ຫຼາຍ​ປະ​ເທດ, ພິ​ເສດ​ໃນ​ສະພາບ​ການ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຄື​ປະຈຸ​ບັນ. ຜ່ານ​ການ​ອົບ​ພະຍົບສາກົນ, ປະຊາຊົນ​ລະຫວ່າງ​ປະ​ເທດ​ຕ່າງໆ​ຈະໄດ້ແລກປ່ຽນດ້ານ​ວັດທະນະທຳ, ​ເຂົ້າ​ໃຈ​ຮີດຄອງ​ປະ​ເພ​ນີ​ຂອງ​ກັນ. ການ​ເຄື່ອນ​ໄຫວອົບ​ພະຍົບ ​ໄດ້​ນ​ຳມ​າ​ເຊິ່ງບັນດາ​ທ່າ​ແຮງ​ໃນ​ວິວັດ​ການ​ພັດທະນາ ກໍ່​ຄື​ນຳ​ມາ​ເຊິ່ງບັນດາ​ຄວາມ​ຮູ້, ທັກ​ສະ​ ລາຍ​ຮັບ ​ແລະ ຜົນ​ປະ​ໂຫຍດ​ອື່ນໆໃຫ້​ຜູ້​​ອົບ​ພະຍົບ. ບັນດາ​ຜູ້​ແທນ​ລ້ວນ​ແຕ່​ແບ່ງປັນ​ບົດ​ຮຽນ​ກ່ຽວ​ກັບບັນດາ​ສິ່ງ​ທ້າທາຍ, ສະພາບ​ຕົວ​ຈິງ​ທີ່​ດີ ກໍ່​ຄື​ບັນດາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ຊຸກຍູ້​ການ​ບໍລິການ​ສັງຄົມ​ໃຫ້​ແມ່ຍິງ​ອົບ​ພະຍົບ; ​ເພີ່ມ​ທະວີ​ເຄື​ອຂ່າຍ​ໃນ​ການ​ຮ່ວມ​ມື ​ແລະ ບັນດາ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ຄະນະ​ກຳ​ມະ​ການ​ແມ່ຍິງ​ອາ​ຊຽນ, ​ເຄືອ​ຂ່າຍ​ນັກທຸລະກິດ​ຍິງ​ອາ​ຊຽນ, UNHCR ​ແລະ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ​ແນ​ໃສ່​ປົກ​ປ້ອງ​ສິດຜົນ​ປະ​ໂຫຍ​ດ​ຂອງ​ແມ່ຍິງ​ອົບພະຍົບພາຍ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ