ເພີ່ມທະວີການປ້ອງກັນຄວາມສະຫງົບປອດໄພກ່ອນທີ່ດຳເນີນກອງປະຊຸມ Shangri-La ຄັ້ງທີ 17

(VOVWORLD) - ກ່ອນທີ່ໄຂກອງປະຊຸມ Shangri-La ຄັ້ງທີ 17 ໃນຕອນຄ່ຳວັນທີ 01 ມິຖຸນາ, ຄວາມສະຫງົບປອດໄພໄດ້ຮັບການເພີ່ມທະວີຢູ່ທຸກເສັ້ນທາງທີ່ໄປເຖິງສະຖານທີ່ຈັດຕັ້ງກອງປະຊຸມ ແນໃສ່ຮັບປະກັນຄວາມປອດໄພໃຫ້ບັນດານັກການເມືອງເປັນລັດຖະມົນຕີ, ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ທີ່ມາຈາກກ່ວາ 50 ປະເທດໃນພາກພື້ນ ອາຊີ - ປາຊີຟິກ ເຂົ້າຮ່ວມ.

ຕຳຫລວດທ້ອງຖິ່ນໃຫ້ຮູ້ວ່າ: ໃນ 3 ວັນດຳເນີນກອງປະຊຸມ Shangri-La (ແຕ່ວັນທີ 01 – 03/06), ບັນດາເຂດຢູ່ອ້ອມແອ້ມໂຮງແຮມ Shangri-La ຈະໄດ້ຮັບການຄວບຄຸມຈາກຕຳຫລວດພິເສດຢ່າງເຂັ້ມງວດ, ເສັ້ນທາງຫລາຍສາຍຖືກປິດລ້ອມ. ພິເສດ ແມ່ນປະຊາຊົນ ເມື່ອເຂົ້າຮ່ວມການຄົມມະນາຄົມ ຕ້ອງເຄື່ອນຍ້າຍຊ້າກ່ວາເປັນປົກກະຕິ ແລະ ຜູ້ຂັບລົດຈັກ ບໍ່ອະນຸຍາດໃຫ້ທ່ຽວທາງຢູ່ອ້ອມແອ້ມໂຮງແຮມ Shangri-La ຢ່າງເດັດຂາດໃນຕະຫລອດໄລຍະດຳເນີນກອງປະຊຸມ.

 

ຕອບກັບ

ຂ່າວ/ບົດ​ອື່ນ