ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືລະຫວ່າງ ຫວຽດນາມ - ອູຣູກວາຍ ຢ່າງມີປະສິດທິຜົນ

(VOVWORLD) - ຍາມໃດ ຫວຽດນາມ ກໍ່ປາດຖະໜາຢາກຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າກັບ ອູຣູກວາຍ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງບັນດາອົງການນິຕິບັນຍັດຂອງ 2 ປະເທດ
ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືລະຫວ່າງ ຫວຽດນາມ - ອູຣູກວາຍ ຢ່າງມີປະສິດທິຜົນ - ảnh 1(ທີ່ການພົບປະລະຫວ່າງ 2 ຝ່າຍ)

        ເນື່ອງໃນໂອກາດການຢ້ຽມຢາມ ສ. ອູຣູກວາຍ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ, ວັນທີ 27 ເມສາ, ຢູ່ສຳນັກງານສະພາແຫ່ງຊາດ ອູຣູກວາຍ, ໄດ້ດຳເນີນການພົບປະລະຫວ່າງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ກັບບັນດາສະມາຊິກກຳມາທິການການຕ່າງປະເທດສະພາສູງ ແລະ ສະພາຕ່ຳ ອູຣູກວາຍ. ການພົບປະໄດ້ດຳເນີນໄປແບບທາງໄກ ແລະ ເຊິ່ງໜ້າ.

        ທີ່ການພົບປະ, ທ່ານຫົວໜ້າກຳມາທິການການຕ່າງປະເທດຂອງສະພາສູງ ອູຣູກວາຍ Ubaldo Pascual Aita Maidana ແລະ ທ່ານປະທານກຳມາທິການການຕ່າງປະເທດຂອງສະພາຕ່ຳ Gustavo Panades ໄດ້ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນພາລະກິດພັດທະນາຢູ່ ອາຊີ; ພ້ອມທັງໃຫ້ຮູ້ວ່າ ອູຣູກວາຍ ປາດຖະໜາຢາກເພີ່ມທະວີການພົວພັນດ້ານການເມືອງ, ເສດຖະກິດກັບ ຫວຽດນາມ ຫຼາຍກວ່າອີກ. ທ່ານປະທານກຳມາທິການການຕ່າງປະເທດຂອງສະພາສູງ ອູຣູກວາຍ ປາດຖະໜາວ່າ ໃນໄລຍະຈະມາເຖິງ 2 ຝ່າຍຈະເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືໃນຂົງເຂດວັດທະນະທຳ, ກິລາ ໃນນັ້ນ, ມີກິລາບານເຕະ.

        ສ່ວນທ່ານປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ຫວູຫາຍຮ່າ, ໃຫ້ຮູ້ວ່າ ຍາມໃດ ຫວຽດນາມ ກໍ່ປາດຖະໜາຢາກຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າກັບ ອູຣູກວາຍ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງບັນດາອົງການນິຕິບັນຍັດຂອງ 2 ປະເທດ ໃນການຮ່ວມມື 2 ຝ່າຍ ກໍຄືເວທີປາໄສຫຼາຍຝ່າຍຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ