ເພີ່ມທະວີການພົບປະແລກປ່ຽນປຊຊລະຫວ່າງຫວຽດນາມກັບບັນດາປະເທດປະຊາຄົມພັດທະນາທາງພາກໃຕ້ອາຟະລິກາ

(VOVWORLD) -ວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ອາຟະລິກາ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ) ໄດ້ສົມທົບກັບສະຖານທູດບາງປະເທດອາຟະລິກາ ປະຈຳຫວຽດນາມ ຈັດກອງປະຊຸມສຳມະນາ “ພັດທະນາວິສາຫະກິດຂະໜາດກາງ, ວິສາຫະກິດຂະໜາດນ້ອຍ ແລະ ວິສາຫະກິດຂະໜາດນ້ອຍສຸດ”
ເພີ່ມທະວີການພົບປະແລກປ່ຽນປຊຊລະຫວ່າງຫວຽດນາມກັບບັນດາປະເທດປະຊາຄົມພັດທະນາທາງພາກໃຕ້ອາຟະລິກາ - ảnh 1 (ພາບປະກອບອີນເຕີແນັດ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 38 ປີແຫ່ງວັນສ້າງຕັ້ງປະຊາຄົມພັດທະນາທາງພາກໃຕ້ອາຟະລິກາ (SADC). ກອງປະຊຸມມີຫົວຂໍ້ “ສ້າງກຳລັງຄວາມສາມາດເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ກັບບັນດາປະເທດປະຊາຄົມພັດທະນາທາງພາກໃຕ້ອາຟະລິກາ”.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ໂດ້ດຶກທິງ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ອາຟະລິກາ ປາດຖະໜາວ່າ ສະຖານທູດບັນດາປະເທດທາງພາກໃຕ້ອາຟະລິກາ ເພີ່ມທະວີການພົບປະກັບສະມາຄົມ, ສະໜອງຂໍ້ມູນຂ່າວສານ ແລະ ແນະນຳກ່ຽວກັບບັນດາຄູ່ຮ່ວມມືກ່ຽວກັບການເຄື່ອນໄຫວຂອງສະມາຄົມ, ແນະນຳບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນເພື່ອສ້າງຕັ້ງການພົວພັນ, ສະເໜີບັນດາຂໍ້ລິເລີ່ມຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາປະເທດໃນປະຊາຄົມທາງພາກໃຕ້ອາຟະລິກາ ໃນຂົງເຂດຕ່າງໆຄື: ການພົບປະແລກປ່ຽນປະຊາຊົນ, ເສດຖະກິດ, ການຄ້າ, ວັດທະນະທຳ, ທ່ອງທ່ຽວ… ຜ່ານນັ້ນ, ນຳບັນດາການເຄື່ອນໄຫວເຂົ້າສູ່ລວງເລິກ, ຮັດແໜ້ນການພົວພັນລະຫວ່າງຫວຽດນາມ ກັບບັນດາປະຊາຄົມພັດທະນາທາງພາກໃຕ້ອາຟະລິກາ.

        ສ່ວນທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສ.ອາຟະລິກາໃຕ້ ປະຈຳຫວຽດນາມ Mpetjane Kgaogelo Lekgoro ໃຫ້ຮູ້ວ່າ, ຜ່ານກອງປະຊຸມສຳມະນາ, ບັນດາເອກອັກຄະລັດຖະທູດອາຟະລິກາ ປະຈຳຫວຽດນາມ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ມີກາລະໂອກາດພົບປະ, ເຊື່ອມຕໍ່, ຊອກຫາບັນດາກາລະໂອກາດຮ່ວມມືໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ