ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ, ລາວ

(VOVWORLD) - ຕອນບ່າຍວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບທ່ານ Samdech Heng Samrin, ປະທານກິຕິມະສັກພັກປະຊາຊົນ ກຳປູເຈຍ, ປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ, ປະທານສະພາຊົນຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ແລະ ສະພາຊົນຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ, ລາວ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ  ທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຊົມເຊີຍທ່ານ Samdech Heng Samrin ແລະ ຄະນະຜູ້ແທນສະພາແຫ່ງຊາດ ແລະ ສະພາຊົນຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເຂົ້າຮ່ວມພິທີໂຮມຊຸມນຸມລະດັບຊາດຢູ່ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ແລະ ເຂົ້າຮ່ວມກອງປະຊຸມປະທານແນວໂຮມ 3 ປະເທດ ຫວຽດນາມ - ກຳປູເຈຍ -ລາວ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການພົວພັນກັບ ກຳປູເຈຍ ເປັນສຳຄັນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ກຳປູເຈຍ ຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາດີງາມຢ່າງບໍ່ຢຸດຢັ້ງໃນໄລຍະຈະມາເຖິງ.

        ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ທີ່ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວລາວສ້າງຊາດ ມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປະທານແນວໂຮມ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີວ່າ: ໃນໄລຍະຈະມາເຖິງ, ແນວໂຮມ 3 ປະເທດສົມທົບກັນປະຕິບັດບົດບັນທຶກຊ່ວຍຈຳລາຍການຮ່ວມມືລະຫວ່າງສະພາຊົນຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ, ຄະນະກຳມະການແນວລາວສ້າງຊາດ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄລຍະ 2017 -2020 ເປັນຢ່າງດີ, ສຸມໃສ່ຍູ້ແຮງການໂຄສະນາ, ສຶກສາຢ່າງເລິກເຊິ່ງກ້ວາງຂວາງໃນໝູ່ປະຊາຊົນທຸກຊັ້ນວັນນະ ກ່ຽວກັບປະຫວັດສາດມູນເຊື້ອ, ການພົວພັນມິດຕະພາບ, ເພີ່ມທະວີບັນດາການເຄື່ອນໄຫວພົວພັນແລກປ່ຽນ, ແຮກສ່ຽວລະຫວ່າງແນວໂຮມປະເທດຊາດຂອງທ້ອງຖິ່ນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ