ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ລາວ

ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ລາວ - ảnh 1
ທ່ານ ພັນຄຳ ວິພາ​ວັນ ຮອງ​ປະທານ​ປະ​ເທດ ລາວ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) -  ວັນ​ທີ 11/07 ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ດັ້ງ​ທິງ້ອກທິງ ​ເປັນ​ປະທານ​ພິທີ​ຕ້ອນຮັບ​ທ່ານ ພັນຄຳ ວິພາ​ວັນ ກຳມະການ​ກົມ​ການ​ເມືອງ,ຜູ້​ປະຈຳ​ຄະນະ​ເລ​ຂາ​ທິການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ຮອງ​ປະທານ​ປະ​ເທດ ສາທາລະນະ​ລັດ​ ປະຊາທິປະ​ໄຕ ປະຊາຊົນ (ສປປ) ລາວ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ລາວ ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ພາຍຫລັງ​ພິທີ​ຕ້ອນຮັບ, ທ່ານນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ້ອກທິງ ພ້ອມ​ກັບ​ທ່ານ​ຮອງ​ປະທານ​ປະ​ເທດ ສປປ. ລາວ ພັນຄຳ ວິພາ​ວັນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ລາວ ​ເຂົ້າ​ຢ້ຽມສຸສານ​​ປະທານ ​ໂຮ່ຈີ​ມິນ ​ແລະ ວາງ​ພວງ​ມາລາ​ຢູ່ອະນຸສາວະລີ​ບັນດາ​ນັກຮົບ​ວິລະ​ຊົນທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ ດິງ​ເທ​ຮີ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາທິການ ​ແລະ ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ້ອກທິງ ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຮອງ​ປະທານ​ປະ​ເທດ ສປປ ລາວ ພັນຄຳ ວິພາ​ວັນ.

        ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ຕີ ວິ​ໄລ ຫຼ້າ​ຄຳ​ຟອງ ​ເລຂາ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ລາວ. ທ່ານ​ພົນ​ໂທ ​ເລືອ​ງ​ເກື​່ອງ ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ກຳມະການປະຈຳ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ ນຳ​ໜ້າ​ຄະນະ​ພະນັກງານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ ຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 11 – 14/07. ການ​ຢ້ຽມ​ຢາມ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ 2 ປະ​ເທດ ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ