ເພີ່ມທະວີການພົວພັນມິດຕະພາບລະຫວ່າງ2ພັກກອມມູນິດຫວຽດນາມ-ຝະລັ່ງກ່ວາອີກ

ເພີ່ມທະວີການພົວພັນມິດຕະພາບລະຫວ່າງ2ພັກກອມມູນິດຫວຽດນາມ-ຝະລັ່ງກ່ວາອີກ - ảnh 1
(ທ່ານ ດີງ​ເທ໋ຮີ​ງ ກຳມະການ​ກົມ​ການ​ເມືອງ
 ຜູ້​ປະຈຳ​ການຄະນະ​ເລຂາທິການ)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 01/03, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ ດີງ​ເທ໋ຮີ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ການຄະນະ​ເລຂາທິການ, ​ໄດ້​ໃຫ້ການ​ຕ້ອນຮັບທ່ານ Jean Charles Negre ຜູ້​ປະສານ​ງານ​ຄະນະ​ປະຈຳ​ພັກ​ກອມ​ມູນິດ ຝະລັ​່ງ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ນະ​ທີ່​ນິ້, ທ່ານ ດີງ​ເທ໋ຮີ​ງ ​ໄດ້​ແຈ້ງ​​ໃຫ້​ຊາບບາງ​ໝາກຜົນ​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 12 ກໍ່​ຄື​ບາງ​ທິດ​ທາງໃຫຍ່​ໃນ​ພາລະກິດ​ປ່ຽນ​ໃໝ່, ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ດີງ​ເທ໋ຮີ​ງ ​ເຊື້ອ​ໝັ້ນ​ວ່າ ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ມິດຕະພາບ ​ແລະ ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ 2 ພັກ ຈະສືບ​ຕໍ່​ພັດທະນາ ​ນັບ​ມື້​ນັບ​ດີງາມ​ກ່ວາ​ອີກ. ສ່ວນ​ທ່ານ Jean Charles Negre ກໍ່ຢືນຢັນ​ວ່າ: ການ​ນຳ ​ແລະ ສະມາຊິກ​ພັກ​ກອມ​ມູນິດ ຝະລັ່ງ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ຕິດຕາມ​ບັນດາ​ບາດກ້າວ​ພັດທະນາຂອງ​ພັກ​ກອມ​ມູນິດ ຫວຽດນາມ, ຖື​ບັນດາ​ຜົນສຳ​ເລັດ​ຂອງ ຫວຽດນາມ ​ແມ່ນ​ກຳລັງ​ໜູນທີ່​ເພີ່ມກຳລັງ​ແຮງ​ໃຫ້​ແກ່​ພາລະກິດຕໍ່ສູ້​ຂອງ​ພັກ​ກອມມູນິດ ຝະລັ່ງ. 2 ຝ່າຍ​ກໍ່​ແລກ​ປ່ຽນຫຼາຍ​ບັນ​ຫາ​​ໃນ​ການ​ພົວພັນລະຫວ່າງ 2 ພັກ, 2 ລັດ. ​ແລະ ກໍ່​ໃນ​ໂອກາດນີ້, ທ່ານ Jean Charles Negre ​ໄດ້​ສົ່ງ​ຄຳ​ເຊີນຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 37 ຂອງ​ພັກ​ກອມ​ມູນິດ​ຝະລັ່ງ, ​ເຊິ່ງຄາດ​ວ່າ​ຈະ​​ຈັດ​ຕັ້ງ​ໃນ​ເດືອນ 6 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ