ເພີ່ມທະວີການພົວພັນມິດຕະພາບລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ Nicaragua

ເພີ່ມທະວີການພົວພັນມິດຕະພາບລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ Nicaragua - ảnh 1
ທ່ານ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ຮ່ວາງ​ບິ່ງ​ກວນ
​ເຮັດ​ວຽກ​ຢູ່ Nicaragua
(ພາບ: baotintuc.vn)


(vovworld) –  ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ຮ່ວາງ​ບິ່ງ​ກວນ ນຳ​ໜ້າພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ Nicaragua ​ແລະ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ປະຕິວັດ Sandino ສຳ​ເລັດ​ຜົນ (19/07/1979 – 19/07/2014). ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ແຕ່​ວັນ​ທີ 19 – 22/07, ທ່ານ​ກຳມະການ​ກົມ​ການ​ເມືອງ​ພັກ FSLN, ປະທານ​ສະພາ​ແຫ່ງ​ຊາດ Nicaragua, Rene Nunez ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nunez ​ໃຫ້​ຮູ້​ວ່າ ຍາມ​ໃດ Nicaragua ກໍ່​ຖື​ການ​ພົວພັນ​ສາມັກຄີ, ມິດຕະພາບ ​ແລະ ຮ່ວມ​ມື​ກັບ​ຫວຽດນາມ ​ເປັນ​ສຳຄັນ; ສະ​ແດງ​ຄວາມ​ປາດ​ຖະໜາຢາກ​ຊຸ​ກຍູ້, ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້​າ ​ແລະ ການ​ລົງທຶນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ ​ແລະ ມີ​ຄວາມ​ສາມາດ; ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nicaragua ​ໄດ້​ແນະນຳ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ Nicaragua, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ​ການແລກປ່ຽນ, ​ແບ່ງປັນ​ບົດຮຽນ​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ. ສ່ວນ​ທ່ານ​ຫົວໜ້າ​ຄະນະ​ກຳ​ມະ​ການ​ສູນ​ກາງ ຮ່ວາງ​ບິ່ງ​ກວນ ຢືນຢັນ​ຄວາມ​ຕັດສິນ​ໃຈ​ສືບ​ຕໍ່​ປັບປຸງ ​ແລະ ຍູ້​ແຮງ​ການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ, ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ໃຫ້​ເໝາະ​ສົມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - Nicaragua.

        ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານຫົວໜ້າ​ຄະນະ​ກຳ​ມະ​ການ​ສູນ​ກາງ ຮ່ວາງ​ບິ່ງ​ກວນ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ຫົວ​ໜ້າຄະນະ​ພົວພັນ​ຕ່າງປະ​ເທດ​ພັກ FSLN Jacinto Suarez. 2 ຝ່າຍ​ຢືນຢັນ​ຄຳ​ໝັ້ນ​ສັນຍາສືບ​ຕໍ່​ຊຸກຍູ້​ການປະຕິບັດ​ຂໍ້​ຕົກລົງ​ເຊິ່ງ 2 ຝ່າຍ​ໄດ້​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ