ເພີ່ມທະວີການພົວພັນສາມັກຄີແບບພິເສດ,ສະໜິດຕິດພັນໄວ້ເນື້ອເຊື່ອໃຈແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

ເພີ່ມທະວີການພົວພັນສາມັກຄີແບບພິເສດ,ສະໜິດຕິດພັນໄວ້ເນື້ອເຊື່ອໃຈແລະການຮ່ວມມືຮອບດ້ານຫວຽດນາມ-ລາວ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ
​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ປະທານ​ປະ​ເທດ​ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ ບຸນ​ຍັງ ວໍລະ​ຈິດ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ຈະ​​ໄປຢ້ຽມຢາມ​ສັນຖະວະໄມຕີ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າ​ງວັນ​ທີ 24 – 26/11/2016. ການ​ຢ້ຽມຢາມ​ສັນຖະວະໄມຕີສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສືບ​ຕໍ່​ຢືນຢັນ​ແນວທາງ, ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ໃນ​ການ​ພົວພັນ​ກັບ ລາວ; ສຸ​ມ​ໃສ່​ປັບປຸງ​ ​ເພີ່ມ​ທະວີ​ການ​ພົວພັນ​ຄວາມ​ສາມັກ​ຄີ​ແບບ​ພິ​ເສດ, ສະໜິດ​ຕິດ​ພັນ​ໄວ້​​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ໃນ​ໄລຍະ​ພັດທະນາ​ໃໝ່​ຂອງ​ແຕ່​ລະ​ພັກ, ​ແຕ່​ລະ​ລັດ; ຢືນຢັນ​ຄວາມ​ສະໜັບ​ສະ​ໜູນ​ຢ່າງ​ແຮງ, ຮອບດ້ານ​ຂອງ ຫວຽດນາມ ສຳລັບ​ພາລະກິດ​ປ່ຽນ​ແປງ​ໃໝ່, ປົກປັກ​ຮັກສາ ​ແລະ ສ້າງ​ສາປະ​ເທດ ລາວ. ການ​ຢ້ຽມຢາ​ມຄັ້ງ​ນີ້ 2 ຝ່າຍ​ແລກປ່ຽນ​ແຜນ​ນະ​ໂຍບາຍ, ປະສິດທິ​ຜົນ​ແຫ່ງ​ການ​ຮ່ວມ​ມື ຫວຽດນາມ - ລາວ ​ໄລຍະ 2016 – 2020 ​ໃນ​ບັນດາ​ຂົງ​ເຂດ​ຄື​: ດ້ານ​ການ​ເມື​ອງ, ການ​ທູດ, ການປ້ອງ​ການ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ​ເຕັກນິກ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ