ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ແຂວງຮ່ານາມ (ຫວຽດນາມ) ແລະ ແຂວງອຸດົມໄຊ (ລາວ)

(VOVWORLD) - ປີ 1979, ແຂວງຮ່ານາມ, ຫວຽດນາມ ໃນສະໄໝກ່ອນ (ປັດຈຸບັນໄດ້ແຍກອອກເປັນບັນດາແຂວງ ນາມດິງ, ນິງບິ່ງ, ຮ່ານາມ) ແລະ ແຂວງອຸດົມໄຊ ໄດ້ເປັນແຂວງແຮກສ່ຽວ, ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ພ້ອມກັນພັດທະນາ
ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ແຂວງຮ່ານາມ (ຫວຽດນາມ) ແລະ ແຂວງອຸດົມໄຊ (ລາວ) - ảnh 1ທ່ານ ບຸນຄົງ ຫຼ້າຈຽມພອນ, ເລຂາພັກແຂວງ, ເຈົ້າແຂວງ ອຸດົມໄຊ ແລະ ທ່ານນາງ ດິງທິລົວ, ຮອງເລຂາທິການພັກ ແຂວງຮ່ານາມ
(ພາບ:ໜັງສືພິມ ຮ່ານາມ)

ຕອນບ່າຍວັນທີ 20 ມີນາ, ທີ່ແຂວງຮ່ານາມ, ຫວຽດນາມ, ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ, ໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ, ເລຂາພັກແຂວງ, ເຈົ້າແຂວງໆ ອຸດົມໄຊ ເປັນຫົວໜ້າຄະນະ, ໄດ້ພົບປະສົນທະນາກັບການນຳ ແຂວງຮ່ານາມ, ຫວຽດນາມ. ກ່າວຄຳເຫັນທີ່ການພົບປະ, ທ່ານຮອງເລຂາພັກ ແຂວງຮ່ານາມ, ທ່ານນາງ ດິງທິລົວ, ໃຫ້ຮູ້ວ່າ: ປີ 1979, ແຂວງຮ່ານາມ, ຫວຽດນາມ ໃນສະໄໝກ່ອນ (ປັດຈຸບັນໄດ້ແຍກອອກເປັນບັນດາແຂວງ ນາມດິງ, ນິງບິ່ງ, ຮ່ານາມ) ແລະ ແຂວງອຸດົມໄຊ ໄດ້ເປັນແຂວງແຮກສ່ຽວ, ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ພ້ອມກັນພັດທະນາ; ສະນັ້ນ ສອງທ້ອງຖິ່ນຕ້ອງຍູ້ແຮງການພົບປະແລກປ່ຽນວັດທະນະທຳ, ເປີດກ້ວາງການຮ່ວມມືໃນບາງຂົງເຂດ, ຜັນຂະຫຍາຍການເຄື່ອນໄຫວຮ່ວມມືທີ່ມີຄວາມໝາຍ ແລະ ແທດຈິງໃຫ້ຫຼາຍຂື້ນຕື່ມ, ຜ່ານນັ້ນກໍ່ຮັດແໜ້ນການພົວພັນມິດຕະພາບອັນໝັ້ນແກ່ນ, ຮອບດ້ານລະຫວ່າງສອງທ້ອງຖິ່ນ.

       ສ່ວນທ່ານ ບຸນຄົງ ຫຼ້າຈຽມພອນ, ເລຂາພັກແຂວງ, ເຈົ້າແຂວງໆ ອຸດົມໄຊ ຢັ້ງຢືນວ່າ: ຈະສືບຕໍ່ຜັນຂະຫຍາຍ ບັນດາເອກະສານທີ່ໄດ້ເຊັ່ນຮ່ວມກັນໃຫ້ເປັນຢ່າງດີ; ຮັກສາສາຍພົວພັນອັນດີງາມຂອງສອງທ້ອງຖິ່ນ; ຫວັງຢາກໃຫ້ ແຂວງຮ່ານາມ ຊ່ວຍໜູນກ່ຽວກັບ ວຽກງານບຳລຸງສ້າງຊັບພະຍາກອນມະນຸດ, ແບ່ງບັນບົດຮຽນປະສົບການ ການສ້າງສູນບໍລິຫານລັດຂັ້ນແຂວງ ແລະ ການກໍ່ສ້າງຊົນນະບົດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ