ເພີ່ມທະວີການພົວພັນຮ່ວມມືຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອາເມລິກາ

(VOVWORLD) -ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ຈະນັບມື້ນັບ ພັດທະນາຢ່າງດີງາມໃນໄລຍະຈະມາເຖິງ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະ ໃນໂລກ.

ເພີ່ມທະວີການພົວພັນຮ່ວມມືຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອາເມລິກາ - ảnh 1ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo

(ພາບ: Reuters)

ຕອນບ່າຍວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ເຊິ່ງພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ ສະເໜີໃຫ້ສອງຝ່າຍ ຈົ່ງສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຍູ້ແຮງ ແລະຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດ, ເພີ່ມທະວີການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.  ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢັ້ງຢືນວ່າ ຫວຽດນາມຖືການພົວພັນກັບ ອາເມລິກາ ເປັນສໍາຄັນ; ພ້ອມທັງເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ຈະນັບມື້ນັບ ພັດທະນາຢ່າງດີງາມໃນໄລຍະຈະມາເຖິງ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະ ໃນໂລກ.

        ສ່ວນທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຢັ້ງຢືນວ່າ ອາເມລິກາປາດຖະໜາວ່າ ຢາກເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ຍິ່ງກວ່າອີກ. ທ່ານ Mike Pompeo ໃຫ້ຮູ້ວ່າ ອາເມລິກາ ຈະສືບຕໍ່ໜູນຊ່່ວຍຫວຽດນາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນຢູ່ພາກພື້ນ ອິນເດຍ - ປາຊີຟິກ; ສະໜັບສະໜູນສິດເສລີໃນການເດີນເຮືອ, ແກ້ໄຂການຂັດແຍ້ງ ແລະ ຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ.

Xuan Dan

ຕອບກັບ

ຂ່າວ/ບົດ​ອື່ນ