ເພີ່ມທະວີການລົງທຶນເຂົ້າໃນຂົງເຂດຖະແຫຼງຂ່າວ ແລະ ສື່ສານ

(VOVWORLD) -ກອງປະຊຸມສົ່ງເສີມການລົງທຶນສາກົນເຂົ້າຂົງເຂດຖະແຫຼງຂ່າວ ແລະ ສື່ສານຫວຽດນາມ (Vietnam ICT Investment Forum – VIF) 2017 ແມ່ນເຫດການປະຈຳປີຂຶ້ນກັບໂຄງການສົ່ງເສີມການລົງທຶນແຫ່ງຊາດ.
ເພີ່ມທະວີການລົງທຶນເຂົ້າໃນຂົງເຂດຖະແຫຼງຂ່າວ ແລະ ສື່ສານ - ảnh 1 (ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ກ່າວຄຳເຫັນທີ່ພີທີ)

VIF 2017 ດ້ວຍຫົວຂໍ້ວ່າ “ດຶງດູດການລົງທຶນໃນວິວັດທະນາການຫັນປ່ຽນເສດຖະກິດດີຈີຕອນ” ເຊິ່ງຖືກຈັດຕັ້ງໃນວັນທີ 18 ຕຸລາ ຢູ່ຮ່າໂນ້ຍ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ເນັ້ນໜັກວ່າ.

        “ເຕັກໂນໂລຊີຂໍ້ມູນຂ່າວສານ ນັບມື້ນັບຢືນຢັນບົດບາດມີລັກສະນະພື້ນຖານໃນທຸກຂະແໜງ, ຂົງເຂດ ແລະ ໃນຊີວິດສັງຄົມ. ຢູ່ຫວຽດນາມ ອາດເວົ້າໄດ້ວ່າຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ໄດ້ລົງເລິກເຂົ້າສູ່ຊີວິດຕົວຈິງ. ລັດຖະບານ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ, ພິເສດແມ່ນກະຊວງຖະແຫຼງຂ່າວ - ສື່ສານ ກວດກາຄືນເອກະສານກົດໝາຍທັງໝົດ ເພື່ອເຮັດແນວໃດສ້າງສະພາບແວດລ້ອມທີ່ສະດວກທີ່ສຸດໃຫ້ບັນດາວິສາຫະກິດລົງທຶນເຂົ້າຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ.”

ຕອບກັບ

ຂ່າວ/ບົດ​ອື່ນ