ເພີ່ມທະວີການສຶກສາອຸດົມການປະຕິວັດ, ຄຸນສົມບັດ, ວິຖີຊີວິດໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ

(VOVWORLD) -ການສຶກສາຄຸນສົມບັດ, ວິຖີຊີວິດໃຫ້ແກ່ລຸ້ນໜຸ່ມ, ໃນນັ້ນມີຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ, ນັກຮຽນ, ນັກສຶກສາ ຍາມໃດກໍ່ໄດ້ກຳນົດວ່າແມ່ນໜ້າທີ່ສຳຄັນພິເສດ
ເພີ່ມທະວີການສຶກສາອຸດົມການປະຕິວັດ, ຄຸນສົມບັດ, ວິຖີຊີວິດໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ - ảnh 1ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ
(ພາບ: TTXVN)

ຕອນບ່າຍວັນທີ 28 ເມສາ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ເປັນປະທານ, ສົມທົບກັບຄະນະໂຄສະນາສຶກສາສູນກາງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດກອງປະຊຸມທາງໄກຜັນຂະຫຍາຍການປະຕິບັດລາຍການ “ເພີ່ມທະວີການສຶກສາອຸດົມການປະຕິວັດ, ຄຸນສົມບັດ, ວິຖີຊີວິດ ແລະ ປຸກລຸກຄວາມຄາດຫວັງອຸທິດສ່ວນໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ໄລຍະ 2021 - 2030”. ລາຍການໄດ້ສະເໜີ 10 ໝວດໜ້າທີ່ ແລະ ມາດຕະການແກ້ໄຂຕົ້ນຕໍເພື່ອໃຫ້ບັນດາຫົວໜ່ວຍພ້ອມກັນປະຕິບັດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ຢືນຢັນວ່າ ການສຶກສາຄຸນສົມບັດ, ວິຖີຊີວິດໃຫ້ແກ່ລຸ້ນໜຸ່ມ, ໃນນັ້ນມີຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ, ນັກຮຽນ, ນັກສຶກສາ ຍາມໃດກໍ່ໄດ້ກຳນົດວ່າແມ່ນໜ້າທີ່ສຳຄັນພິເສດ, ມີລັກສະນະຍຸດທະສາດຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

        “ວຽກງານສຶກສາອຸດົມການປະຕິວັດ, ຄຸນສົມບັດ, ວິຖີຊີວິດໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນແມ່ນການປະຕິບັດໄລຍະຍາວ, ເປັນປະຈຳ, ຕໍ່ເນື່ອງ; ຄວນຜັນຂະຫຍາຍຢ່າງຄົບຊຸດ, ມີຫົວຄິດປະດິດສ້າງ, ບັນລຸປະສິດທິຜົນຈາກແຕ່ລະຄອບຄົວ, ໂຮງຮຽນ. ຊີ້ນຳ, ສົມທົບກັນຢ່າງແໜ້ນແຟ້ນຂອງບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ. ແລະລຸ້ນໜຸ່ມ, ເພື່ອນໜຸ່ມ, ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ ກໍ່ຕ້ອງມານະພະຍາຍາມຮ່ຳຮຽນ, ອອກແຮງງານ, ຝຶກຝົນຫຼໍ່ຫຼອມເພື່ອນັບມື້ນັບກ້າວໜ້າ”.

ຕອບກັບ

ຂ່າວ/ບົດ​ອື່ນ