ເພີ່ມທະວີການສົມທົບກັນປ້ອງກັນຕ້ານອາດຊະຍາກຳຢາເສບຕິດຂ້າມຊາຍແດນ

ເພີ່ມທະວີການສົມທົບກັນປ້ອງກັນຕ້ານອາດຊະຍາກຳຢາເສບຕິດຂ້າມຊາຍແດນ - ảnh 1
(ພາບປະກອບ)

(vovworld) - ​ ການ​ນຳ​ແຂວງ ​ເຊີນ​ລາ ​ແລະ ຜູ້ຕາງໜ້າ​ບັນດາ​ແຂວງ​ພາກ​ເໜືອ ລາວ ​ເຊັ່ນ: ຫົວພັນ, ຫລວງ​ພະ​ບາງ, ອຸ​ດົມ​ໄຊ, ບໍ່​ແກ້ວ ຫາ​ກໍ​ລົງ​ນາມ​ບົດ​ບັນທຶກ​ຜັນ​ຂະຫຍາຍ​ແຜນການ​ເພີ່​ມທະວີ​ການ​ສົມທົບ​ກັນ​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ຂ້າມ​ເສັ້ນ​ຊາຍ​ແດນ ຫວຽດນາມ - ລາວ ລະຫວ່າງ​ແຂວງ ​ເຊີນ​ລາ ກັບ​ບັນດາ​ແຂວງ​ພາກ​ເໜືອ ລາວ. ​ເລື່ອງ​ແຂວງ ​ເຊີນ​ລາ ​ແລະ ບັນດາ​ແຂວງ​ພາກ​ເໜືອ ລາວ ລົງ​ນາມ​ບົດ​ບັນ​ທຶກ ​ເພື່ອ​ແນ​ໃສ່​​​ເຫັນ​ດີເປັນ​ເອກະສັນ​ແຜນ​ການ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ສົມທົບ​ກັນ ລະຫວ່າງບັນດາ​ກຳລັງວີ​ຊາ​ການ​ຕໍ່ສູ້​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດຢູ່ເຂດ​ຊາຍແດນ ຫວຽດນາມ - ລາວ, ​ເຂດ​ຊາຍ​ແດນ​ລະຫວ່າງ​ແຂວງ ​ເຊີນ​ລາ ຕິດກັບ ​ແຂວງ ຫົວພັນ ​ແລະ ຫລວງ​ພະ​ບາງ ກໍ່​ຄື​ໃນ​ບໍລິ​ເວນ​ບັນ​ດາ​ແຂວງ​ພາກ​ເໜືອ ລາວ, ມຸ່ງ​ໄປ​ເຖິງ​ຈຸດໝາຍ ດັບສູນຂົນ​ສົ່ງ, ຄ້າຂາຍ​ຢາ​ເສບ​ຕິດ​ຈາກ​ເຂດ​ສາມ​ຫຼຽ​ນຄຳ ຜ່ານ​ບໍລິ​ເວນ​ບັນດາ​ແຂວງ​ພາກ​ເໜືອ ລາວ ​ເຂົ້າ​ໃນ​ແຂວງ ​ເຊີນ​ລາ ​ແລະ ບັນດາ​ແຂວງ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ