ເພີ່ມທະວີການຮ່ວມມືດ້ານການທະຫານລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ

(VOVWORLD) - ພາຍຫຼັງການຢ້ຽມຢາມ ຫວຽດນາມ ໃນຕົ້ນປີນີ້ຂອງທ່ານລັດຖະມົນຕີ Sergei Shoigu, ລັດເຊຍ ໄດ້ສົ່ງກ່ຳປັ່ນກູ້ໄພກູ້ຊີບຂອງແມ່ທັບເຮືອ ປາຊີຟິກ ມາ ຫວຽດນາມ ເພື່ອເຂົ້າຮ່ວມການຊ້ອມຮົບຊອກຫາ
ເພີ່ມທະວີການຮ່ວມມືດ້ານການທະຫານລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ - ảnh 1 ການເຮັດວຽກລະຫວ່າງ 2 ຝ່າຍ

ຢູ່ນອກກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 7 ທີ່ພວມດຳເນີນຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ມີການພົບປະກັບທ່ານ Sergei Shoigu, ລັດຖະມົນຕີ ກະຊວງປ້ອງກັນປະເທດ ລັດເຊຍ. ທີ່ການພົບປະ, ທ່ານລັດຖະມົນຕີ ໂງຊວນລິກ ຕີລາຄາສູງການຮ່ວມມືດ້ານເຕັກນິກ - ການທະຫານລະຫວ່າງ 2 ປະເທດ. ພິເສດ, ພາຍຫຼັງການຢ້ຽມຢາມ ຫວຽດນາມ ໃນຕົ້ນປີນີ້ຂອງທ່ານລັດຖະມົນຕີ Sergei Shoigu, ລັດເຊຍ ໄດ້ສົ່ງກ່ຳປັ່ນກູ້ໄພກູ້ຊີບຂອງແມ່ທັບເຮືອ ປາຊີຟິກ ມາ ຫວຽດນາມ ເພື່ອເຂົ້າຮ່ວມການຊ້ອມຮົບຊອກຫາ ແລະ ກູ້ໄພກູ້ຊີບບົນທະເລ, ກໍ່ຄືສົ່ງຄະນະປະຕິບັດງານຂອງລັດເຊຍ ມາ ຫວຽດນາມ ເພື່ອປືກສາຫາລື ຮ່າງສັນຍາກ່ຽວກັບການຊອກຫາກ່ຳປັ່ນດຳນ້ຳຖືກອຸບັດຕິເຫດ. ທ່ານລັດຖະມົນຕີ ໂງຊວນລິກ ກໍ່ຂອບອົກຂອບໃຈທ່ານລັດຖະມົນຕີ Shoigu ກ່ຽວກັບການສະໜອງທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ບັນດາໂຮງຮຽນການທະຫານຂອງລັດເຊຍ.

        ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ Sergei Shoigu ຖືວ່າ ການພົວພັນຮ່ວມມືໃນຂົງເຂດວິທະຍາສາດ - ເຕັກນິກລະຫວ່າງ 2 ປະເທດພັດທະນາດີພໍສົມຄວນ. ທ່ານ Sergei Shoigu ຫວັງວ່າ: ບັນດາການພົບປະໂດຍກົງເປັນປະຈຳລະຫວ່າງການນຳຂັ້ນສູງກະຊວງປ້ອງກັນປະເທດ 2 ປະເທດຈະປະກອບສ່ວນຊຸກຍູ້ຂົງເຂດຮ່ວມມືທີ່ເປັນມູນເຊື້ອນີ້ໃຫ້ສືບຕໍ່ພັດທະນາ.

        ສິ້ນສຸດການພົບປະ, ທ່ານລັດຖະມົນຕີ ໂງຊວນລິກ ແລະ ທ່ານລັດຖະມົນຕີ Sergei Shoigu ໄດ້ລົງນາມໃນຂັ້ນຕອນການພັດທະນາດ້ານການທະຫານລະຫວ່າງ 2 ຝ່າຍໄລຍະ 2018 -  2020.

ຕອບກັບ

ຂ່າວ/ບົດ​ອື່ນ