ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ

(VOVWORLD) -     ຕອນເຊົ້າວັນທີ 20 ມີນາ, ກອງປະຊຸມພົບປະສົນທະນາກ່ຽວກັບນະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 4 ໄດ້ດຳເນີນຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຮວ່າງຊວັນຈຽນ ແລະ ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ວົງຄຳ ພົມມະກອນ ເປັນປະທານຮ່ວມການພົບປະສົນທະນາ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ - ảnh 1ກອງປະຊຸມພົບປະສົນທະນາລະຫວ່າງສອງຝ່າຍ (ພາບ: qdnd.vn)

ທີ່ການພົບປະສົນທະນາ, ສອງຝ່າຍໄດ້ຕົກລົງເຫັນດີຕີລາຄາວ່າ ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ບັນລຸໄດ້ຫຼາຍໝາກຜົນທີ່ແທດຈິງ, ສະແດງໃນຫຼາຍຂົງເຂດ, ເຊັ່ນ: ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາກົນໄກພົບປະສົນທະນາ, ປຶກສາຫາລື; ການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ບຳລຸງສ້າງ, ຝຶກອົບຮົມ, ຈັດສົ່ງນັກຊ່ຽວຊານ; ພະລາທິການ - ເຕັກນິກ, ອຸດສາຫະກຳດ້ານປ້ອງກັນຊາດ; ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີ, ກົນໄກຮ່ວມມືຫຼາຍຝ່າຍ, ໂດຍສະເພາະແມ່ນບັນດາກົນໄກໂດຍ ອາຊຽນ ນຳພາ.

        ເມື່ອແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ, ທ່ານຮອງລັດຖະມົນຕີ ຮວ່າງຊວັນຈຽນ ຕີລາຄາສູງບົດບາດສຳຄັນຂອງ ອາຊຽນ ໃນການກຳນົດທິດ ແລະ ຮັກສາໂຄງສ້າງຄວາມໝັ້ນຄົງຢູ່ພາກພື້ນ, ພ້ອມທັງເຊື່ອໝັ້ນວ່າ ໃນຖານະເປັນປະທານ ອາຊຽນ ປີນີ້, ລາວຈະບໍລິຫານບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ສ້າງຄວາມເຫັນດີເຫັນພ້ອມພາຍໃນກຸ່ມກ່ຽວກັບບັນດາບັນຫາລວມທີ່ບັນດາປະເທດລ້ວນແຕ່ມີຄວາມສົນໃຈ.

        ສອງຝ່າຍເປັນເອກະພາບ, ໃນໄລຍະຈະມາເຖິງ ຈະສືບຕໍ່ສຸມໃສ່ບັນດາຂົງເຂດທີ່ມີປະສິດທິຜົນໃນໄລຍະຜ່ານມາ; ມອບໝາຍໃຫ້ຄະນະນັກວິຊາການກະຊວງປ້ອງກັນປະເທດສອງປະເທດປະຕິບັດວຽກງານສະຫຼຸບ, ຕີລາຄາໝາກຜົນຜັນຂະຫຍາຍອະນຸສັນຍາ ໄລຍະ 2020 – 2024 ໃຫ້ເປັນຢ່າງດີ; ສະເໜີບັນດາເນື້ອໃນເພື່ອນຳເຂົ້າໃນອະນຸສັນຍາໄລຍະ 2025 – 2029. ສິ້ນສຸດການພົບປະສົນທະນາ, ຫົວໜ້າຄະນະ 2 ທ່ານໄດ້ລົງນາມໃນບົດບັນທຶກການພົບປະສົນທະນາກ່ຽວກັບນະໂຍບາຍດ້ານປ້ອງກັນປະເທດ ຫວຽດນາມ - ລາວ ຄັ້ງທີ 4.

ຕອບກັບ

ຂ່າວ/ບົດ​ອື່ນ