ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ - ຍີ່ປຸ່ນ

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ - ຍີ່ປຸ່ນ - ảnh 1
ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ຕ້ອນຮັບ
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ
(ພາບ: vietnamplus.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 16 ກັນຍາ, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ Itsunori Onodera, ທີ່​ພວມ​ຢ້ຽມຢາມ​ມິດຕະພາບ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​. ທ່ານ​ລັດຖະມົນຕີ ຟຸ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານລັດຖະມົນຕີ​ Itsunori Onodera ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ, ປະກອບສ່ວນ​ຢ່າງ​ເລີກ​ເຊິ່ງ​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ 2 ກະຊວງ​ເວົ້າ​ສະ​ເພາະ. ທ່ານ​ລັດຖະມົນຕີ ຟຸ່ງກວາງ​ແທງ ສະ​ເໜີ​ໃຫ້​ຍີ່ປຸ່ນ ໜູນ​ຊ່ວຍ​ເຄື່ອງ​ອຸປະກອນ​ເຕັກ​ໂນ​ໂລ​ຊີ ​ເພື່ອຊ່ວຍ ຫວຽດນາມ ແກ້ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ, ໝາກ​ມິນ, ວັດຖຸ​ລະ​ເບີດ, ທາດ​ພິດ​ເຄມີພາຍຫຼັງ​ສົງຄາມ. ລັດຖະມົນຕີ 2 ທ່ານ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ; ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ແຕ່ລະ​ປະ​ເທດ; ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ ​ແລະ ທິດ​ທາງ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. 2 ຝ່າຍ​ເຫັນ​ດີ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ສືບ​ຕໍ່​ພັດທະນາ​ກົນ​ໄກ​ເຈລະຈາ​ປ້ອງ​ກັນຊາ​ດຂັ້ນ​ຮອງ​ລັດຖະມົນຕີ; ຮ່ວມ​ມື​ບຳລຸງ​ສ້າງ​ພະນັກງານ, ຮ່ວ​ມມື​ລະຫວ່າງ​ບັນດາ​ເຫຼົ່າ​ທັບ...

ຕອບກັບ

ຂ່າວ/ບົດ​ອື່ນ