ເພີ່ມ​ທະ​ວີ​ການ​ຮ່ວມ​ມື​້​ດ້ານວຽກ​ງານ​ຊົນ​ເຜົ່າ​ລະ​ຫວ່າງ​ຫວຽດ​ນາມ-ລາວ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​້​ດ້ານວຽກ​ງານ​ຊົນ​ເຜົ່າ​ລະ​ຫວ່າງ​ຫວຽດ​ນາມ-ລາວ - ảnh 1
ທ່ານ ໂດ໊ວັນ​ຈຽນ ລັດ​ຖະ​ມົນ​ຕີ ຫົວ​ໜ້າ​ຄະ​ນະກຳ​ມ​ະ​ການ​ຊົ​ນ​ເຜົ່າ
(ພາບ: ubdt.gov.vn)

(vovworld)- ໃນ​ລາຍ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ຫວຽດ​ນາມ, ຕອນ​ເຊົ້າ ​ວັນ​ທີ 30/8, ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະກຳ​ມະ​ການ​ສູນ​ກາງ​​​ແນວ​ລາວ​ສ້າງ​ຊາດ ພ້ອມ​ດ້ວຍ​ບັນ​ດາ​ສະ​ມາ​ຊິກໃນ​ຄະ​ນະຜູ​້ແທນ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ​ກັບ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ.  ທ່ານ ໂດ໊ວັນ​ຈຽນ ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະກຳ​ມ​ະ​ການ​ຊົ​ນ​ເຜົ່າ ໄດ້​ແນະ​ນຳ​ ກັບ​ຄະ​ນະຜູ້​ແທນ​ຂັ້ນ​ສູງ ຄະ​ນະກຳ​ມະ​ການ​ສູນ​ກາງ​​​ແນວ​ລາວ​ສ້າງ​ຊາດ ກ່ຽວ​ກັບ​ໂຄງ​ປະ​ກອບການຈັດ​ຕັ້ງ ແລະ ກົ​ງຈັກ ປະ​ຕິ​ບັດ​ວຽກ​ງານ​ຊົນ​ເຜົ່າ ແຕ່ຂັ້ນ​ສູນ​ກາງ​​ລົງຮອດ​ຂັ້ນທ້ອງ​ຖິ່ນ​ ຂອງຫວຽດ​ນາມ; ບັນ​ດາ​ຜົນ​ງານ​ທີ່​ພົ້ນ​ເດັ່ນ ແລະ ບາງ​ເນື້ອ​ໃນ​ວຽກ​ງານ ທີ່​ຈະ​ຜັນ​ຂະ​ຫຍາຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ສອງ​ອົງ​ການ, ທ່ານ ໂດ໊ວັນ​ຈຽນ ລັດ​ຖະ​ມົນ​ຕີ  ຫົວ​ໜ້າຄະນະ​ກຳ​​ມະ​ການ​ຊົນ​ເຜົ່າ ເນັ້ນ​ໜັກ​ວ່າ: ນອກ​ຈາກ ​ການ​ຈັດ​ຕັ້ງ​ບັນ​ດາ​ຄະ​ນະ​ມາ​ຢ້ຽມ​ຢາມ, ຮ່ຳ​ຮຽນ, ແລ​ກ​ປ່ຽນ​ເຊິ່ງ​ກັນ ແລະ ກັ​ນແລ້ວ, ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ ​ຍັງຈະ​ສືບ​ຕໍ່​​ປະ​ຕິ​ບັດ​​ລາຍ​ການ​​ຝຶກ​ອົບ​ຮົມ ໃຫ້​ແກ່​ພະ​ນັກ​ງານ​ລາວ; ສືບ​ຕໍ່​ຍູ້​ແຮງ​ການ​ສ້າງ​ລະ​ບົບ​ຄອມ​ພີວ​ເຕີ​ເຊື່ອມ​ຕໍ່​ກັບ​ເຕັກ​ໂນ​ໂລ​ຊີ​​ຂໍ້​ມູນ​ຂ່າວ ໃຫ້​ແກ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ… ທ່ານ ໂດ໊ວັນ​ຈຽນ ລັດ​ຖະ​ມົນ​ຕີ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ ເຊື່ອ​ໝັ້ນ​ວ່າ​:  ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ພູ​ນ​ຄູນ​ສ້າງ, ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ-ລາວ.

ຂ່າວ/ບົດ​ອື່ນ