ເພີ່ມທະວີການຮ່ວມມືດ້ານເສດຖະກິດ ການຄ້າຫວຽດນາມ - ລັດເຊຍ

ເພີ່ມທະວີການຮ່ວມມືດ້ານເສດຖະກິດ ການຄ້າຫວຽດນາມ - ລັດເຊຍ - ảnh 1
(ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ​ - ສະຫະພັນ​ລັດ​ເຊຍ)

(vovworld) – ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ​ - ສະຫະພັນ​ລັດ​ເຊຍ ​ໃນຕອນ​ເຊົ້າ​ວັນ​ທີ 6/10 ທີ່​ຮ່າ​ໂນ້ຍ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງສະຫະພັນລັດ​ເຊຍ​ ປະຈຳ​ຫວຽດນາມ Andrey G.kovtun ​ໃຫ້​ຮູ້​ວ່າ, ການ​ພົວພັນ​ລະຫວ່າງ​ສອງປະ​ເທດ​ລັດ​ເຊຍ​ ຫວຽດນາມ​ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ພວມ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຂື່ອນ. ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ປະ​ເທດ​ທີ່​ໄດ້​ຮັບ​ບຸລິ​ມາ​ສິດ​ໃນ​ທິດທາງ​ພົວພັນ​ຕ່າງປະ​ເທດ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ​ຂອງ​ລັດ​ເຊຍ ​ຢູ່​ພາກ​ພື້ນ​ອາຊີປາຊີ​ຝິກ. ການ​ເຄື່ອນ​ໄຫວ​ຕ່າງໆ​ຄື​: ​ເວທີ​ປາ​ໄສ​ມື້​ນີ້​ຈະ​ຊຸກຍູ້​​​ວົງ​ການ​ວິ​ສາ​ຫະກິດ​ລະຫວ່າງ​ສອງ​ປະ​ເທດສົມທົບ​ກັນ​ເຄື່ອນ​ໄຫວ ​ແລະ ​ເຮັດ​ໃຫ້​ເນື້ອ​ໃນ​ພຶດຕິກຳ​ຕົວ​ຈິງ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ລັດ​ເຊຍ ​ແລະ ຫວຽດນາມ​ອຸດົມສົມ​ບຸນ​ຍິ່ງ​ຂຶ້ນ.

        ຕາມ​ທ່ານ ດ່ວານ​ຢູຍ​ເຄື​ອງ, ຮອງ​ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ​ແລ້ວ, ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ພວມ​ມານະ​ພະຍາຍາມ​ປຶກສາ​ຫາລື​ເພື່ອ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ ພັນທະ​ມິດ​ພາສີ, ​ເຊິ່ງລວມມີ: ລັດ​ເຊຍ, ​ເບ​ລາ​ຮູ​ສ ​ແລະ ກາ​ຢັກ​ສຖານ. ສັນຍາ​ນີ້​ຈະ​ປະກອບສ່ວນ​ປະຕິບັດ​ຄາດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ 7 ຕື້ USD ​ໃນ​ປີ 2015 ​ແລະ 10 ຕື້ USD ​ໃນ​ປີ 2020.

ຂ່າວ/ບົດ​ອື່ນ