ເພີ່ມທະວີການຮ່ວມມືທາງດ້ານເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ-ຍີ່ປຸ່ນ

ເພີ່ມທະວີການຮ່ວມມືທາງດ້ານເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ-ຍີ່ປຸ່ນ - ảnh 1
ທ່ານ​ຫງວຽນ​ແທ່ງ​ຮືງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ 
(ພາບ: Minh Quyết/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 26/10, ສະ​ຫະ​ສະ​ມາ​ຄົມ​ຊອບ​ແວ ແລະ​ ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ (VINASA) ແລະ ສະ​ໂມ​ສອນ​ຮ່ວມ​ມື​ເຕັກ​ໂນ​ໂລ​​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ - ຍີ່​ປຸ່ນ (VJC) ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ວັນ ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ - ຍີ່​ປຸ່ນ. ລາຍ​ການ​ມີ​ຫົວ​ຂໍ້​ວ່າ “10 ປີ​ແຫ່ງ​ການ​ຮ່ວມ​ມື ຫວຽດ​ນາມ - ຍີ່​ປຸ່ນ - ​ຫວນ​ຄືນ​ອະ​ດີ​ດ​ຕະ​ການ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ: ການ​ບໍ​ລິ​ການ ເຕັກ​ໂນ​ໂລ​ປີ​ຂໍ້​ມູນ​ຂ່າວ​ສານ - ຜະ​ລິດ​ຕະ​ພັນ ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ແລະ ເຕັກ​ໂນ​ໂລຢ​ີ​ໃໝ່”, ​ຊຶ່ງ​ໄດ້ດຶງ​ດູດ​ວິ​ສາ​ຫະ​ກິດ​ ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ ແລະ ຍີ່​ປຸ່ນ ຮ້ອຍ​ແຫ່ງ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຫງວຽນ​ແທ່ງ​ຮືງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ໃຫ້​ຮູ້​ວ່າ: ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ ໄດ້​ພັດ​ທະ​ນາ​ຢ່າງ​ແຮງ ແລະ ຮອບ​ດ້ານ​ບົນ​ຈິດ​ໃຈ​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ເພື່ອ​ສັນ​ຕິ​ພາບ, ຄວາມ​ວັດ​ທະ​ນາ​ຖາ​ວອນຢູ່​ອາ​ຊີ. ໃນ​ຂົງ​ເຂດ ເຕັກ​ໂນ​ໂລຢີ​ຂໍ້​ມູນ​ຂ່າວ​ສານ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໄດ້​ມີ​ບາດ​ກ້າວ​ສຳ​ຄັນ, 2 ຝ່າຍ​ໄດ້​ເຊັນ​ຂໍ້​ຕົກ​ລົງຫຼາຍ​ສະ​ບັບ​ກ່ຽວ​ກັບ​ຄວາມ​ຖີຄວາມ​ປອດ​ໄພ​ສື່​ສານ, ໄປ​ສະ​ນີ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ… ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ແລະ ຍີ່​ປຸ່ນ ຈະ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ.


ຂ່າວ/ບົດ​ອື່ນ