ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ຢູ່ທະ​ເລ ແລະ ອາ​ຊີບ​ຫາ​ປາ ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ

(VOVWORLD) -ວັນທີ 16 ຕຸລາ, ຢູ່ນະຄອນຫຼວງ ຈາກາກຕາ, ອິນໂດເນເຊຍ, ທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ ໄດ້ໃຫ້ການຕ້ອນຮັບທ່ານ ຟ້າມວິງກວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ. 
ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ຢູ່ທະ​ເລ ແລະ ອາ​ຊີບ​ຫາ​ປາ ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ - ảnh 1ການໂອ້ລົມລະຫວ່າງ ທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ  ແລະ ທ່ານ ຟ້າມວິງກວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ

ນະທີ່ນີ້, , ທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ ໄດ້ເນັ້ນໜັກວ່າ: ລັດຖະບານ ອິນໂດເນເຊຍ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ. ດັ່ງນັ້ນ, ກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ ຢາກຍູ້ແຮງ ແລະ ຍົກການພົວພັນຮ່ວມມືກັບ ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່ໃນການຈັບຫາປາ, ການລ້ຽງປູກ ແລະ  ການນຳເຂົ້າ - ສົ່ງອອກສິນໃນນ້ຳ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ຊາວປະມົງສອງປະເທດ. ໄປຄຽງຄູ່ກັນນັນ ທ່ານກໍເຫັນດີເປັນເອກະພາບຕໍ່ບັນດາຂໍ້ສະເໜີຂອງທ່ານເອກອັກຄະລັດຖະທູດ ຟ້າມວິງກວາງ ກ່ຽວກັບການແກ້ໄຂບັນຫາຊາວປະມົງຈັບຫາປາ ບົນເນື້ອໃນຈິດໃຈມະນຸດສະທຳ ແລະ ການຮ່ວມມືສອງຝ່າຍ. ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານລັດຖະມົນຕີ Edhy Prabowo  ໃຫ້ຮູ້ວ່າ ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາວ່າ ຈະພິຈາລະນາຢ່າງຕັ້ງໜ້າ, ເພື່ອລົງນາມໃນບົດບັນທຶກຊ່ວຍຈຳ (MOU) ລະຫວ່າງກະຊວງກະສິກຳ - ພັດທະນາຊົນນະບົດ ຫວຽດນາມ ກັບ ກະຊວງທະເລ ແລະ ອາຊີບຫາປາຂອງ ອິນໂດເນເຊຍ ກ່ຽວກັບການສ້າງຕັ້ງໂທລະສັບສາຍດ່ວນໃນການຕ້ານຈັບຫາປາຜິດກົດໝາຍ. ທີ່ການພົບປະ ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຊາວປະມົງ ຫວຽດນາມ ທີ່ຖືກກັກຂັງຊົ່ວຄາວ ແລະ ເລື່ອງ ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາຈະມີການປະພຶດຢ່າງມີມະນຸດສະທຳ, ຕອບສະໜອງເງື່ອນໄຂການກິນຢູ່ຢ່າງຄົບຖ້ວນ, ດຳລົງຊີວິດ ແລະ ຮັບປະກັນສຸຂະພາບໃນໄລຍະເກີດໂລກລະບາດໂຄວິດ - 19.

ເຮືອງຈ່າ - ນັກຂ່າວ VOV ປະຈຳ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ