ເພີ່ມທະວີການຮ່ວມມືລະຫວ່າງ 2 ອົງການກວດກາ ຫວຽດນາມ - ລາວ

(VOVWORLD) - 2 ຝ່າຍໄດ້ມີການແລກປ່ຽນຢ່າງມີຜົນປະໂຫຍດກ່ຽວກັບບົດຮຽນໃນການຊີ້ນຳ, ບໍລິຫານວຽກງານກວດກາ, ແກ້ໄຂການຮ້ອງຟ້ອງ, ຮ້ອງທຸກ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.
ເພີ່ມທະວີການຮ່ວມມືລະຫວ່າງ 2 ອົງການກວດກາ ຫວຽດນາມ - ລາວ - ảnh 1 ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໃຫ້ການຕ້ອນຮັບຄະນະ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນບ່າຍວັນທີ 26 ມີນາ, ຄະນະຜູ້ແທນຂັ້ນສູງອົງການກວດກາລັດຖະບານ ຫວຽດນາມ ໂດຍທ່ານ ເລມີງຂາຍ, ປະທານອົງການກວດກາລັດຖະບານເປັນຫົວໜ້າຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ.

        ເມື່ອລາຍງານຕໍ່ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່ຽວກັບໝາກຜົນຂອງການເຈລະຈາກ່ອນນັ້ນ ໃນວັນດຽວກັນກັບທ່ານ ບຸນທອງ ຈິດມະນີ, ປະທານອົງການກວດກາລັດຖະບານ ສປປ ລາວ, ທ່ານ ປະທານອົງການກວດກາລັດຖະບານ ຫວຽດນາມ ເລມີງຂາຍ ໃຫ້ຮູ້ວ່າ: 2 ຝ່າຍໄດ້ມີການແລກປ່ຽນຢ່າງມີຜົນປະໂຫຍດກ່ຽວກັບບົດຮຽນໃນການຊີ້ນຳ, ບໍລິຫານວຽກງານກວດກາ, ແກ້ໄຂການຮ້ອງຟ້ອງ, ຮ້ອງທຸກ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ໄລຍະຜ່ານມາ, ອົງການກວດກາລັດຖະບານ 2 ປະເທດໄດ້ຕັ້ງໜ້າຮ່ຳຮຽນ, ແລກປ່ຽນວິຊາສະເພາະວຽກງານ.

ເພີ່ມທະວີການຮ່ວມມືລະຫວ່າງ 2 ອົງການກວດກາ ຫວຽດນາມ - ລາວ - ảnh 2ການເຈລະຈາລະຫວ່າງ 2 ອົງການ

        ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງບັນດາໝາກຜົນແຫ່ງການຮ່ວມມືໃນວຽກງານກວດກາລະຫວ່າງ 2 ອົງການໃນໄລຍະຜ່ານມາ; ຢັ້ງຢືນສິ່ງດັ່ງກ່າວໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸດລິດ ສະເໜີໃຫ້ອົງການກວດກາລັດຖະບານ ຫວຽດນາມ ເພີ່ມທະວີການແບ່ງປັນບົດຮຽນກັບອົງການກວດກາລັດຖະບານ ລາວ ໃຫ້ດີກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ