ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ ກາ​ນາ​ດາ, ອົດ​ສະ​ຕາ​ລີ, ສິງ​ກະ​ໂປ ແລະ ກຳ​ປູ​ເຈຍ

(VOVWORLD) -ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ, ວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບນາຍົກລັດຖະມົນຕີບັນດາປະເທດ ການາດາ, ອົດສະຕາລີ, ສິງກະໂປ ແລະ ເຈົ້າໜ້າທີ່ຂັ້ນສູງ ກຳປູເຈຍ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ ກາ​ນາ​ດາ, ອົດ​ສະ​ຕາ​ລີ, ສິງ​ກະ​ໂປ ແລະ ກຳ​ປູ​ເຈຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau (ພາບ:  VGP)

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, ສອງຝ່າຍເຫັນດີນຳກັນວ່າ ໄປຄຽງຄູ່ກັບການຮ່ວມມືທາງດ້ານເສດຖະກິດ - ການຄ້າ - ການລົງທຶນ ແລະ ການສຶກສາ - ບຳລຸງສ້າງ, ຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຕ້ານການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ; ບັນຫາຄ້ຳປະກັນ ດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ...

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ ກາ​ນາ​ດາ, ອົດ​ສະ​ຕາ​ລີ, ສິງ​ກະ​ໂປ ແລະ ກຳ​ປູ​ເຈຍ - ảnh 2ການພົບປະກັບຄູ່ຕຳແໜ່ງ ອົດສະຕາລີ Anthony Albanese (ພາບ:TTXVN)
ທີ່ການພົບປະກັບຄູ່ຕຳແໜ່ງ ອົດສະຕາລີ Anthony Albanese, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ອົດສະຕາລີ ແມ່ນຄູ່ຮ່ວມມືຍຸດທະສາດແຖວໜ້າຂອງ ຫວຽດນາມ ຢູ່ພາກພື້ນ, ສະເໜີໃຫ້ສອງຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ກ່ອນອື່ນໝົດແມ່ນສົມທົບກັນກະກຽມແກ່ການຢ້ຽມຢາມ ອົດສະຕາລີ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃຫ້ລອບຄອບຖີ່ຖ້ວນ; ສືບຕໍ່ຜັນຂະຫຍາຍຍຸດທະສາດເພີ່ມທະວີການຮ່ວມມືດ້ານເສດຖະກິດ ຫວຽດນາມ - ອົດສະຕາລີ ໃຫ້ມີປະສິດທິຜົນ.

ສ່ວນໃນການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ ຈະຜັນຂະຫຍາຍບົດບັນທຶກການຮ່ວມມືໃນຂົງເຂດເສດຖະກິດີຈີຕອນ, ສິ່ງແວດລ້ອມ, ພະລັງງານ ໃຫ້ມີປະສິດທິຜົນ; ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າສ້າງ ກົນໄກ “ສາຍພົວພັນຄູ່ຮ່ວມມືຍຸດທະສາດເສດຖະກິດດີຈີຕອນ - ເສດຖະກິດສີຂຽວ” ລະຫວ່າງສອງປະເທດ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ໃຫ້ການຕ້ອນຮັບທ່ານພົນເອກ Hun Manet,  ຮອງຫົວໜ້າເສນາທິການໃຫຍ່ ກອງທັບ ລາຊະອານາຈັກ ກຳປູເຈຍ.


ຕອບກັບ

ຂ່າວ/ບົດ​ອື່ນ