ເພີ່ມທະວີການຮ່ວມມືລະຫວ່າງຄະນະກຳມະການອາຊຽນຢູ່ລາໄຮ ແລະ ປະເທດປະຈຳຖິ່ນ

(VOVWORLD) -ວັນທີ 25 ມິຖຸນາ, ຢູ່ສະຖານທູດຫວຽດນາມ ປະຈຳລາໄຮ, ປະເທດໂຮນລັງ, ຄະນະກຳມະການອາຊຽນ ປະຈຳລາໄຮ (ACTH) ໄດ້ຈັດກອງປະຊຸມນັດສາມັນເດືອນ ມິຖຸນາ 2018

ເພີ່ມທະວີການຮ່ວມມືລະຫວ່າງຄະນະກຳມະການອາຊຽນຢູ່ລາໄຮ ແລະ ປະເທດປະຈຳຖິ່ນ - ảnh 1 ຄະນະກຳມະການອາຊຽນ ປະຈຳລາໄຮ (ACTH) ໄດ້ຈັດກອງປະຊຸມນັດສາມັນເດືອນ ມິຖຸນາ 2018

(ພາບ: infonet.vn)

 ພາຍໃຕ້ການເປັນປະທານຂອງຄະນະກຳມະການເອກອັກຄະລັດຖະທູດຫວຽດນາມ ທ່ານນາງ ໂງທິຮ່ວາ. ເຂົ້າຮ່ວມມີບັນດາເອກອັກຄະລັດຖະທູດອິນໂດເນເຊຍ, ມາເລເຊຍ, ຟິລະປີນ, ໄທ ແລະ ກຸ່ມປະຕິບັດງານຂອງ ACTH.

      ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດໄດ້ປຶກສາຫາລືບັນດາການເຄື່ອນໄຫວຕົ້ນຕໍຂອງ ACTH ໃນໄຕມາດທີ 3, ໃນນັ້ນມີບັນດາການເຄື່ອນໄຫວເພື່ອໂຄສະນາອາຊຽນ ໃນວົງການນັກຮຽນຮູ້ ແລະ ວົງການຢູ່ປະເທດປະຈຳຖິ່ນ, ພິເສດແມ່ນກອງປະຊຸມສຳມະນາກ່ຽວກັບປະຊາຄົມອາຊຽນ (AEC) ແລະ ຜົນກະທົບເຖິງການພັດທະນາຂອງອາຊຽນ, ກາລະໂອກາດໃຫ້ສຳພັນທະມິດເອີລົບ (EU) ແລະ ໂຮນລັງ, ວຽກຈັດຕັ້ງພິທີຊັກທຸງອາຊຽນ 08 ສິງຫາ… ນອກນັ້ນ, ບັນດາເອກອັກຄະລັດຖະທູດຍັງແລກປ່ຽນກ່ຽວກັບສະພາບການຂອງໂລກ, ພາກພື້ນ ແລະ ໂຮນລັງ ຢ່າງເລິກເຊິ່ງ, ພິເສດແມ່ນການຜັນແປບົນເວທີເອີລົບ, ບັນຫາທະເລຕາເວັນອອກ ແລະ ວິທີການຮັບມືຂອງຂອງອາຊຽນ. ທ່ານນາງປະທານຄະນະກຳມະການ ໂງທິຮ່ວາ ຢືນຢັນເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືລະຫວ່າງອາຊຽນ - EU ແລະ ບົດບາດຂອງ ACTH ໃນການຊຸກຍູ້ການຮ່ວມມືດັ່ງກ່າວຢູ່ໂຮນລັງ ໃນສະພາບ ໂຮນລັງ ພວມຜັນຂະຫຍາຍນະໂຍບາຍມຸ່ງໄປເຖິງອາຊີ, ຍົກສູງບົດບາດຂອງອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນໃນການພົວພັນທາງການທູດ…

ຕອບກັບ

ຂ່າວ/ບົດ​ອື່ນ