ເພີ່ມທະວີການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ສະວິດ

(VOVWORLD) - ທີ່ການຕ້ອນຮັບ, ທ່ານບຸ່ຍຊວນເກື່ອງ ຖືວ່າ ການພົວພັນຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ສະວິດ ຍັງມີຄວາມສາມາດໃນຫຼາຍຂົງເຂດເພື່ອພັດທະນາ, ພິເສດແມ່ນໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ນະຄອນ ໂຮ່ຈີມິນ ພ້ອມແລ້ວນທີ່ຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດ: ການພັດທະນາຕົວເມືອງຍືນຍົງ, ການເງິນ, ທະນາຄານ, ການສຶກສາບຳລຸງສ້າງ, ການແພດ…
 
ເພີ່ມທະວີການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ສະວິດ - ảnh 1ການຕ້ອນຮັບໃນວັນທີ 23 ຕຸລາ
(ພາບ:Xuân Khu/TTXVN)

ຕອນຄ່ຳວັນທີ 23 ຕຸລາ, ທ່ານ ບຸ່ຍຊວນເກື່ອງ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານ Dominique Paravicini, ລັດຖະມົນຕີກະຊວງເສດຖະກິດ, ການສຶກສາ ແລະ ຄົ້ນຄ້ວາ ສະວິດ, ພວມຢ້ຽມຢາມ, ເຮັດວຽກຢູ່ນະຄອນ ໂຮ່ຈີມິນ.

        ທີ່ການຕ້ອນຮັບ, ທ່ານບຸ່ຍຊວນເກື່ອງ ຖືວ່າ ການພົວພັນຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ສະວິດ ຍັງມີຄວາມສາມາດໃນຫຼາຍຂົງເຂດເພື່ອພັດທະນາ, ພິເສດແມ່ນໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ນະຄອນ ໂຮ່ຈີມິນ ພ້ອມແລ້ວນທີ່ຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດ: ການພັດທະນາຕົວເມືອງຍືນຍົງ, ການເງິນ, ທະນາຄານ, ການສຶກສາບຳລຸງສ້າງ, ການແພດ… ; ນະຄອນ ຍາມໃດກໍ່ຕ້ອນຮັບ ແລະ ສ້າງທຸກເງື່ອນໄຂສະດວກ ໃຫ້ບັນດາວິສາຫະກິດ ສະວິດ ມາດຳເນີນທຸລະກິດ, ລົງທຶນຍາວນານຢູ່ນະຄອນ ໂຮ່ຈີມິນ.

        ສ່ວນທ່ານ Dominique Paravicini ໃຫ້ຮູ້ວ່າ: ຈະມີການເຮັດວຽກກັບບັນດາວິສາຫະກິດ ສະວິດ ພວມລົງທຶນຢູ່ນະຄອນ ໂຮ່ຈີມິນ ເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດ ສະວິດຢູ່ ຫວຽດນາມ. ທ່ານ ກໍ່ສະແດງຄວາມປາດຖະໜາວ່າ ການນຳ ນະຄອນໂຮ່ຈີມິນ ຈະສືບຕໍ່ສ້າງເງື່ອນໄຂ, ເອົາໃຈໃສ່ຊ່ວຍເຫຼືອບັນດາວິສາຫະກິດ ສະວິດ ເຂົ້າຮ່ວມບັນດາໂຄງການຢູ່ນະຄອນໃນຂົງເຂດ: ພັດທະນາຕົວເມືອງແບບຍືນຍົງ, ການຄ້າ, ພະລັງງານທົດແທນ, ຄົມມະນາຄົມສີຂຽວ, ການເງິນທະນາຄານ…

ຕອບກັບ

ຂ່າວ/ບົດ​ອື່ນ