ເພີ່ມທະວີການຮ່ວມມືລະຫວ່າງບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ

ເພີ່ມທະວີການຮ່ວມມືລະຫວ່າງບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ - ảnh 1
ພາບປະກອບ

(vovworld) – ວັນ​ທີ 9/4, ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ Chol Chnam Thmay ຂອງ ກຳປູ​ເຈຍ, ຄະນະ​ຜູ້​ແທນ​ການ​ນຳ​ແຂວງ​ ​ໄຕ​ນິນ ​ໂດຍ​ທ່ານ ຫວໍ​ວັງ​ພວງ, ​ເລຂາ​ພັກ​ແຂວງ, ນຳ​ໜ້າ​ໄດ້​​ໄປຢ້ຽມຢາມ, ອວຍພອນ​ປີ​ໃໝ່​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂ​ວງ Kam Pong Cham (ປະ​ເທດ ກຳປູ​ເຈຍ). ການ​ນຳ​ແຂວງ ​​ໄຕ​ນິນ ຢືນຢັນ​ວ່າ: ​ໃນ​ປີ 2013, 2 ​ແຂວງ​ຈະ​ສືບ​ຕໍ່​ຊຸກຍູ້ ​ແລະ ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ເຊິ່ງ 2 ຝ່າຍ​ໄດ້​ລົງ​ນາມ​ໃຫ້​ດີ​ກ່ວາ​ອີກ, ພິ​ເສດ​ແມ່ນ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ເຂດຊາຍ​ແດນ​ເພື່ອ​ພ້ອມ​ກັນຮ່ວມ​ມື, ພັດທະນາ​​ທຸກ​ດ້ານຢ່າງ​ໝັ້ນຄົງ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກໃຫ້​ແກ່​ປະຊາ​ຊົນ 2 ​ເຂດ​ຊາຍ​ແດນ​ແລກປ່ຽນ​ຜະລິດ​ຕະພັນກະ​ເສດ, ສິນຄ້າ, ຢ້ຽມຢາມ​ຍາດຕິ​ພີ່ນ້ອງ, ພ້ອມ​ກັນ​ປະຕິບັດ​ວຽກ​ງານ​ປັກ​ຫຼັກ​ໝານ​ຊາຍ​​ແດນ​​ໃຫ້ຖືກ​ຕາມ​ແຜນການ​​ເຊິ່ງລັດຖະບານ 2 ປະ​ເທດ​ໄດ້​ຕົກລົງນຳ​ກັນ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 8/4, ຄະນະ​ຜູ້​ແທນ​​ແຂວງ ​ໄຕ​ນິນ ກໍ່​ໄດ້​​ໄປຢ້ຽມຢາມ, ອວຍພອນ​ປີ​ໃໝ່, ມອບ​ຂອງຂວັນ​​ໃຫ້ການນຳ ​ແລະ ປະຊາຊົນ​​ແຂວງ​ຕິດ​ກັບ​ຊາຍ​ແດນ Svay Rieng.

ຂ່າວ/ບົດ​ອື່ນ