ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ໃນຂົງເຂດສື່ມວນຊົນ

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ໃນຂົງເຂດສື່ມວນຊົນ - ảnh 1
(ທ່ານ​ລັດຖະມົນຕີ​ກະຊວງກະຊວງຖະ​ແຫຼງຂ່າວ ​
ແລະ ສື່ສານຫວຽດນາມ ຫງວຽນບັ໋ກຊອນ)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ຕິດ​ຕໍ່ ​ແລະ ພາຫະນະສື່​ມວນ​ ສະຫະພັນ​ລັດ​ເຊຍ Nikolai Nikiforov, ທ່ານ​ລັດຖະມົນຕີ​ກະຊວງກະຊວງຖະ​ແຫຼງຂ່າວ ​ແລະ ສື່ສານຫວຽດນາມ ຫງວຽນບັ໋ກຊອນ ​ແລະ ຄະນະ​ປະຕິບັດ​ງານ​ໄດ້​​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລັດ​ເຊຍ​ແຕ່​ວັນ​ທີ 02 – 04 ກັນຍາ. ທີ່​ການ​ເຮັດ​ວຽກ, ລັດຖະມົນຕີ 2 ປະ​ເທດ ​ໄດ້​ແຈ້ງ​ໃຫ້​ຊາບ​ກັນ​ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ກະຊວງ, ​ແບ່ງປັນ​ບົດຮຽນຕົວ​ຈິ່ງ​ໃນ​ການ​ພັດທະນາ ​ແລະ ຄຸ້ມ​ຄອງ​ບັນດາ​ພາຫະນະ​ສື່​ມວນ​ຊົນ, ປຶກ​ສາ​ຫາລື​ບັນດາ​ບັນຫາ​ເພື່ອ​ພັດທະນາ​ການ​ບໍລິຫານ​ອີນ​ເຕີ​ແນ​ດ, ຄຸ້ມ​ຄອງ​ຄວາມ​ຖີ່ຂໍ້​ມູນ​ຂ່າວ​​ເຕັກນິກດີ​ຈີ​ຕອນ… 2 ຝ່າຍ​ກໍ່​ຮັບ​ຮູ້​ບັນດາ​ຄວາມ​ກ້າວໜ້າ​ເຊິ່ງ​ບັນລຸ​ໄດ້​ໃນ​ວຽກ​ງານ​ໂຄສະນາ​ຂໍ້​ມູນຂ່າວ​ກ່ຽວ​ກັບປະ​ເທດ​ຊາດ ​ໃນ​ໄລຍະ​ຜ່ານ​ມາ, ສະ​ເໜີ​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ຢ່າງ​ລະອຽດ​ກວ່າ​ອີກ ​ເພື່ອ​ເປີດ​ກວ້າງ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ, ການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ສື່ສານ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ