ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມແລະສ.ເກົາຫຼີໃນຂົງເຂດແຮງງານ,ວຽກເຮັດງານທຳ

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມແລະສ.ເກົາຫຼີໃນຂົງເຂດແຮງງານ,ວຽກເຮັດງານທຳ - ảnh 1
ທ່ານ Lee Ki Kweon ແລະ ທ່ານ ຫວູດືກດາມ
(ພາບ: TTXVN)

(vovworld) – ທີ່​ການຕ້ອນຮັບ​ທ່ານ Lee Ki Kweon, ລັດຖະມົນຕີ​ກະຊວງ​ວຽກ​ເຮັດ​ງານ​ທຳ ​ແລະ ​ແຮງ​ງານ ສ. ​ເກົາຫລີ ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 17/5, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ຕີ​ລາຄາ​ສູງ​ເລື່ອງ ຫວຽດນາມ ​ແລະ ສ. ​ເກົາຫຼີ ​ເຊັນ​ບົດ​ບັນທ​ຶກຊ່ວຍ​ຈຳ​ກ່ຽວ​ກັບ​ວຽກ​ງານ​ສົ່ງ ​ແລະ ຮັບ​ຄົນ​ງານ ຫວຽດນາມ ​ໄປ​ເຮັດ​ວຽກ​ຢູ່ ສ. ​ເກົາຫຼີ ຕາມ​ໂຄງການ​ອອກ​ໜັງສື​ອະນຸຍາດ​ທຳ​ງານ​ໃຫ້​ແກ່​ຄົນ​ງານ​ຕ່າງປະ​ເທດ​ຂອງ ສ. ​ເກົາຫຼີ (EPS). ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ກາມ ຖື​ວ່າ: ​ເຫດ​ການ​ນີ້​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ​ຍິ່ງກ່ວາ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ຢັ້ງຢືນ​ວ່າ: ລັດຖະບານ ຫວຽດນາມ ຍາມ​​ໃດ​ກໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ, ຊາວ ສ. ​ເກົາຫຼີ ດຳ​ເນີນ​ທຸລະ​ກິດ, ເຮັດ​ວຽກ​ງານ​, ຮຳ່ຮຽນ, ລົງທຶນ, ດຳລົງ​ຊີວິດ​ຢູ່ ຫວຽດນາມ.


ຂ່າວ/ບົດ​ອື່ນ