ເພີ່ມທະວີການຮ່ວມມືສື່ມວນຊົນລະຫວ່າງວິທະຍຸກະຈາຍສຽງຫວຽດນາມແລະບັນດາອົງການສື່ມວນຊົນຂອງອາກຊັງຕິນ

ເພີ່ມທະວີການຮ່ວມມືສື່ມວນຊົນລະຫວ່າງວິທະຍຸກະຈາຍສຽງຫວຽດນາມແລະບັນດາອົງການສື່ມວນຊົນຂອງອາກຊັງຕິນ - ảnh 1
(ຜູ້​ອຳ​ນວຍ​ການ​ໃຫຍ່​ VOV ຫງວຽນ​ເທ໋​ກີ
ຕ້ອນ​ຮັບ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Juan Carlos Valle Raleigh)


(vovword)- ​ຕອນ​ເຊົ້າ​ວັນ​ທີ 01/03 ຢູ່​ຮ່າ​ໂນ້ຍ ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຫງວຽນ​ເທ໋​ກີ ໄດ້​ໃຫ້​ການຕ້ອນ​ຮັບ​ທ່ານ Juan Carlos Valle Raleigh, ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ອາກ​ຊັງ​ຕິນ ປະ​ຈຳ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໂດຍ​ຖື​ວ່າ ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ ແລະ ສື່ມວນ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ-ອາກ​ຊັງ​ຕິນເທື່ອ. ສະ​ນັ້ນ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​​ພົວ​ພັນຮ່ວມ​ມືແລກ​ປ່ຽນ​​ ລະ​ຫວ່າງ​ບັນ​ດາ​ອົງ​ການ​ສື່​ມວນ​ຊົນ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຫງວຽນ​ເທ໋​ກີ ເນັ້ນ​ໜັກ​ວ່າ:

        “ໃນ​ແຕ່​ລະ​ປີ ພວກ​ເຮົາ​ອາດ​ຈະ​ຈັດ​ຕັ້ງນຳ​ນັກ​ຂ່າວ​ຈຳ​ນວນ​ໜຶ່ງ ຂອງອາກ​ຊັງ​ຕິນມາ​ຫວຽດ​ນາມ ຫຼື ນັກ​ຂ່າວ​ຫວຽດ​ນາມ ໄປ​​ຍັງອາກ​ຊັງ​ຕິນ ເພື່ອ​ຂຽນ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ຂອງ​ກັນ. ອົງ​ການ​ວິ​ທະ​ຍຸ​ໂທ​ລະ​ພາບ​ຂອງ​ສອງ​ປະ​ເທດ ອາດ​ຈະ​ແລກ​ປ່ຽນ​​ນຳກັນ ບັນ​ດາ​ລາຍ​ການ​ທີ່​ເໝາະ​ສົມ ເຊິ່ງຕົ້ນ​​ຕໍແມ່ນ ແນະ​ນຳ ​ກ່ຽວ​ກັບ​ການພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ ​.​

ຂ່າວ/ບົດ​ອື່ນ