ເພີ່ມທະວີການຮ່ວມມືສາກົນໃນການຫັນປ່ຽນພະລັງງານແບບຍຸຕິທຳ

(VOVWORLD) - ສົ່ງເສີມການຖ່າຍທອດຄວາມຮູ້ ແລະ ຊຸກຍູ້ການແບ່ງປັນບົດຮຽນໃນວິວັດການຫັນປ່ຽນພະລັງງານແບບຍຸຕິທຳ...
ເພີ່ມທະວີການຮ່ວມມືສາກົນໃນການຫັນປ່ຽນພະລັງງານແບບຍຸຕິທຳ - ảnh 1ກອງປະຊຸມຈັດຂຶ້ນຢູ່ຮ່າໂນ້ຍ
(ພາບ:Trần Việt/TTXVN)

ຕອນບ່າຍວັນທີ 26 ພຶດສະພາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບໂຄງການພັດທະນາ ສປຊ (UNDP) ຈັດກອງປະຊຸມສຳມະນາສາກົນ ເພື່ອແນໃສ່ເພີ່ມທະວີການຮ່ວມມື, ສົ່ງເສີມການຖ່າຍທອດຄວາມຮູ້ ແລະ ຊຸກຍູ້ການແບ່ງປັນບົດຮຽນໃນວິວັດການຫັນປ່ຽນພະລັງງານແບບຍຸຕິທຳ.

        ກອງປະຊຸມສຳມະນາຈັດຕັ້ງດ້ວຍຮູບແບບເຊິ່ງໜ້າຢູ່ ຮ່າໂນ້ຍ ສົມທົບກັບແບບທາງໄກ, ດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນຂັ້ນສູງຈາກລັດຖະບານ 3 ປະເທດ ທີ່ມີການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານແບບຍຸຕິທຳ (JETPs) - ອາບຟຣີກາໃຕ້, ອິນໂດເນເຊຍ ແລະ ຫວຽດນາມ, ກໍ່ຄືບັນດາຜູ້ແທນມາຈາກ 7 ປະເທດອື່ນພວມພັດທະນາ, ມີຄວາມເອົາໃຈໃສ່ຢ່າງແຮງເຖິງວິວັດການຫັນປ່ຽນພະລັງງານ. ບັນດາຜູ້ແທນປຶກສາຫາລືກ່ຽວກັບການເພີ່ມທະວີການສົມທົບກັບສາກົນ, ພິເສດແມ່ນການຮ່ວມມື ໃຕ້ - ໃຕ້ ໃນວິວັດການຫັນປ່ຽນພະລັງງານແບບຍຸຕິທຳ. ກອງປະຊຸມສຳມະນາກໍ່ເນັ້ນໜັກຄວາມສຳຄັນຂອງແງ່ມູມ “ຍຸຕິທຳ” ໃນວິວັດການຫັນປ່ຽນພະລັງງານ, ປາດຖະໜາຢາກໜູນຊ່ວຍບັນດາຄວາມມານະພະຍາຍາມຫັນປ່ຽນພະລັງງານລະຫວ່າງບັນດາປະເທດ ແລະ ຊຸກຍູ້ບັນດາໂຄງການ, ເປົ້າໝາຍຫັນປ່ຽນພະລັງງານລະຫວ່າງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ