ເພີ່ມທະວີການຮ່ວມມືສາກົນໃນຂົງເຂດຊັບພະຍາກອນແລະສິ່ງແວດລ້ອມ

ເພີ່ມທະວີການຮ່ວມມືສາກົນໃນຂົງເຂດຊັບພະຍາກອນແລະສິ່ງແວດລ້ອມ - ảnh 1
ທ່ານລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫງວຽນ​ມິ​ງກວາງ
(ພາບປະກອບ)

(vovworld) – ​ເປີດ​ກ້ວາງ ​ແລະ ຜັນ​ຂະຫຍາຍ​​ການ​ຮ່ວມ​ມື​ສາກົນຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​​ເອົາ​​ໃຈໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​​ຂົນຂວາຍການ​ອຸປະຖຳ​ໃຫ້​ແກ່​ບັນດາ​ໂຄງການ, ​ແຜນ​ຮ່າງຈຸດ​ສຸມ, ​ໄປ​ຄຽງຄູ່​ກັບ​ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ, ​ແຜນ​ຮ່າງຮ່ວມ​ມື​ສາກົນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ໃນ 6 ​ເດືອນ​ທ້າຍ​ປີ​ຂອງ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ. ທ່ານລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫງວຽນ​ມິ​ງກວາງ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ພວມ​ກະກຽມ​ໃຫ້​ແກ່​ການຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 11 ຂ​ອງໜ່ວຍ​ປະຕິບັດ​ງານ​ຮ່ວມ​ສຳພັນ​ດ້ານວິທະຍາ​ສາດ ​ເຕັກ​ນິກອຸຕຸນິຍົມ ຫວຽດນາມ - ຈີນ, ກໍ່​ຄື​ກະກຽມ​ເນື້ອ​​ໃນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 5 ​ໃນ​ການ​ຮ່ວມ​ມື​ອະນຸພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກ້ວາງ (GMS), ກອງ​ປະຊຸ​ມຂັ້ນ​ລັດຖະມົນຕີ​ບັນດາປະ​ເທດ​​ອະນຸ​ພາກ​ພື້ນແມ່​ນ້ຳຂອງ​ເປີດ​ກ້ວາງ (GMS) ຄັ້ງ​ທີ 20. ​ໃນ​​​ໄລຍະ​ຈະ​ມາ​ເຖິງ, ການ​ນຳ​ກະຊວງ​ຈະ​ດຳ​ເນີນ​ການ​ເຈລະຈາ​ຂັ້ນ​ຫົວໜ້າ​ຄະ​ນະ + 1 ​ແລະ ກອງ​ປະຊຸມ​ລັດຖະມົນຕີ TPP (ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟີ​ກ).​.​.​ ດ້ານ​ອື່ນ, ກະຊວງ​ໄດ້​ຮຽບຮຽງ​ເນື້ອ​ໃນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ສິ່ງ​ແວດ​ລ້ອມ ຫວຽດນາມ - ສ. ​ເກົາຫຼີ (ຄັ້ງ​ທີ 11), ກອງ​ປະຊຸມ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສົນທິສັນຍາ​ຊີວະ​ນາໆ​ພັນ​ຄັ້ງ​ທີ 13 ​ແລະ ກອງ​ປະຊຸມ​ຄັ້ງ​ທີ 20 ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສັນ​ທິສັນຍາ​ແມ່​ຂອງ ສປຊ ກ່ຽວ​ກັບ​ການ​ປ່ຽນ​​ແປງ​ດິນ​ຟ້າ​ອາກາດ.


ຂ່າວ/ບົດ​ອື່ນ