ເພີ່ມທະວີການຮ່ວມມືຫວຽດນາມ-ຍີ່ປຸ່ນໃນຂົງເຂດກະສິກຳ,ການທ່ອງທ່ຽວແລະການປ່ຽນແປງຂອງດິນຟ້າອາກາດ

ເພີ່ມທະວີການຮ່ວມມືຫວຽດນາມ-ຍີ່ປຸ່ນໃນຂົງເຂດກະສິກຳ,ການທ່ອງທ່ຽວແລະການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ Nikai Toshihiro ກ່າວຄຳເຫັນທີ່ການໂອ້ລົມສົນທະນາ

(vovworld) – ​ ​​ຕອນ​ບ່າຍ​ວັນ​ທີ 8/9, ທີ່​ສຳນັກ​ງານ​ສະພາ​ແຫ່ງ​ຊາດ, ​ໄດ​້ດຳ​ເນີນ​ການ​​ໂອ້​ລົມ​ສົນທະນາລະຫວ່າງ​ບັນ​ດາ​ສະມາ​ຊິກສະພາ​ແຫ່ງ​ຊາດ ຫວຽດນາມ - ຍີ່ປຸ່ນ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານກະສິກຳ, ການທ່ອງທ່ຽວ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ ຫງວຽນ​ວັນ​ເຢົ່າ, ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ ຂອງ​ສະພາ​ແຫ່ງ​ຊາດ ​ແລະ ທ່ານ Nikai Toshihiro, ​ເລຂາທິການ​ໃຫຍ່​ພັກ​ປະຊາທິປະ​ໄຕ​ເສລີ, ປະທານ​ສຳ​ພັນທະ​ມິດ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິ​ດຕະພາບ ຍີ່ປຸ່ນ - ຫວຽດນາມ, ​ເປັນ​ປະທານ​ການ​ໂອ້​ລົມ​ສົນທະນາ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ວັນ​ເຢົ່າ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ກັບ​ການ​ພັດທະນາ​ຢ່າງ​ແຮງ, ຮອບດ້ານ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ເລ​ິກ​ເຊິ່ງ, ກ້ວາງ​ຂວາງຂອງ ຫວຽດນາມ - ຍີ່ປຸ່ນ, ບັນດາ​ການ​ພົບ​ປະ​ຂັ້ນ​ສູງ 2 ຝ່າຍ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການຈັດ​ຕັ້ງ​ເປັນ​ປະຈຳ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ໄດ້​ຮັບ​ກາ​ນຊຸກ​ຍູ້ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ມີ​ການ​ພັດທະນາ​ຢ່າງກະ​ໂດດ​ຂັ້ນ, ​ໃນ​ນັ້ນ​ມີບົດບາດສຳຄັນ​ຂອງ​ກຸ່ມ​ສະມາ​ຊິກສະພາ​ແຫ່ງ​ຊາດ​ມິດຕະພາບ 2 ປະ​ເທດ. ​ເນື້ອ​ໃນ​ການ​ໂອ້​ລົມ​ສົນທະນາ​ໄດ້​ສຸມ​ໃສ່​ແລກປ່ຽນ​ບັນດາ​ບັນຫາ​ລະອຽດ, ​ແທດ​ຈິງ​ກ່ຽວ​ກັບ​ຂົງ​ເຂດ​ຮ່ວມ​ມືທີ່​ມີ​ທ່າ​ແຮງ ຂອງ 2 ປະ​ເທດ ​ແມ່ນ​ກະສິກຳ, ການທ່ອງທ່ຽວ, ພິ​ເສດ​ແມ່ນ​ບັນຫາ​ຮີບ​ດ່ວນທີ່​ທົ່ວ​ໂລກ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກປະຊາ​ຄົມ​ສາກົນ ນັ້ນ​ແມ່ນ​ການ​ແກ​້​ໄຂ​ບັນດາ​ຜົນກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສະພາບ​ແວດ​ລ້ອມ, ປ້ອງ​ກັນ, ຕ້ານ​ໄພພິບັດ​ທຳ​ມະ​ຊາດ.

        ທ່ານ Nikai Toshihiro, ​ເລຂາທິການ​ໃຫຍ່​ພັກ​ປະຊາທິປະ​ໄຕ​ເສລີ, ປະທານ​ສຳ​ພັນທະ​ມິດ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິ​ດຕະພາບ ຍີ່ປຸ່ນ - ຫວຽດນາມ ຢັ້ງຢືນ​ວ່າຍາມ​ໃດ​ ຍີ່ປຸ່ນ ກໍ່​ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ເສດຖະກິດ​​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ພິ​ເສ​ດ, ​ໄລ​ຍະ​ຈະ​ມາ​ເຖິງ, ຍີ່ປຸ່ນ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ ກໍ​່ສ້າງ​ໂຄງກາ​ນຊຸກຍູ້​ບັນດາ​ລະບົບ​ມູນ​ຄ່າ​ສະບຽງ​ອາຫານດ້ານ​ກະສິກຳ, ປ່າ​ໄມ້, ​ໂຄງການ​ຊົນລະປະທານ, ກໍ່ສ້າງ​ທ່າກ່​ຳປັ່ນ​ຫາ​​ປາ… ​ແລະ ຂົງ​ເຂດ​ອື່ນໆ​ອີກ.


ຂ່າວ/ບົດ​ອື່ນ