ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມແລະຍີ່ປຸ່ນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ 2 ຝ່າຍເພີ່ມທະວີການພົບປະແລກປ່ຽນ, ການພົບປະຂັ້ນສູງລະຫວ່າງສະພາແຫ່ງຊາດຂອງ 2 ປະເທດ ເພື່ອແລກປ່ຽນບົດຮຽນໃນຂົງເຂດສ້າງກົດໝາຍ. 

(vovworld) - ຕອນບ່າຍວັນທີ 04/05, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳຍີ່ປຸ່ນ Oshima Tadamori ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. 

ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມແລະຍີ່ປຸ່ນ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ຕ້ອນຮັບທ່ານປະທານສະພາຕ່ຳຍີ່ປຸ່ນ)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ 2 ຝ່າຍເພີ່ມທະວີການພົບປະແລກປ່ຽນ, ການພົບປະຂັ້ນສູງລະຫວ່າງສະພາແຫ່ງຊາດຂອງ 2 ປະເທດ ເພື່ອແລກປ່ຽນບົດຮຽນໃນຂົງເຂດສ້າງກົດໝາຍ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ່ານ Oshima Tadamori ແລະ ສະພາແຫ່ງຊາດຍີ່ປຸ່ນ ສືບຕໍ່ສະໜັບສະໜູນ ໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA) ໃຫ້ແກ່ຫວຽດນາມ ໃນໄລຍະຈະມາເຖິງ, ສຸມໃສ່ເຂົ້າບັນດາຂົງເຂດກໍ່ສ້າງພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່; ຈຸດສຸມແຫ່ງຊາດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ… ນອກນັ້ນແມ່ນຊຸກຍູ້ການຮ່ວມມືໃນຂົງເຂດແຮງງານ ແລະ ເປີດກວ້າງການຮັບນັກຮຽນຝຶກງານຈາກຫວຽດນາມ ໃນບັນດາຂະແໜງບຳລຸງສ້າງດ້ານກະສິກຳ, ການປະມົງ…

        ສ່ວນທ່ານປະທານສະພາຕ່ຳຍີ່ປຸ່ນ Oshima Tadamori ປາດຖະໜາວ່າ ລັດຖະບານ 2 ປະເທດຈະເພີ່ມທະວີບັນດາການເຄື່ອນໄຫວປະສົມ, ເຊື່ອມຕໍ່ບັນດາການເຄື່ອນໄຫວຮ່ວມມື, ລົງທຶນໂດຍໄວ. ທ່ານ Oshima Tadamori ຢືນຢັນວ່າ, ຍາມໃດກໍຈະສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງວິສາຫະກິດ 2 ປະເທດ; ສືບຕໍ່ເພີ່ມທຶນອຸປະຖຳ ODA ໃຫ້ແກ່ຫວຽດນາມ...

ຕອບກັບ

ຂ່າວ/ບົດ​ອື່ນ