ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງແຂວງ ກອນຕູມ ແລະ ບັນດາທ້ອງຖິ່ນຂອງ ລາວ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທີ້ງັອກແອ໋ງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ເນັ້ນໜັກວ່າ ໃນໄລຍະຈະມາເຖິງ
 

ສືບຕໍ່ສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ - ລາວ ແມ່ນ ເນື້ອໃນທີ່ບັນດາຜູ້ແທນເຫັນດີເປັນເອກະພາບປະຕິບັດທີ່ກອງປະຊຸມຂອງ ຄະນະກຳມະການ ແນວໂຮມປະເທດຊາດ ຫວຽດນາມ ແຂວງ ກອນຕູມ ແລະ ແນວລາວສ້າງຊາດ ສອງແຂວງ ອັດຕະປື, ເຊກອງ (ລາວ) ດຳເນີນໃນວັນທີ 16 ພະຈິກ, ຢູ່ແຂວງ ກອນຕູມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທີ້ງັອກແອ໋ງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ອົງການຈັດຕັ້ງແນວໂຮມຂອງ 3 ແຂວງ ກອນຕູມ (ຫວຽດນາມ), ອັດຕະປື, ເຊກອງ (ລາວ) ຄວນສືບຕໍ່ຊຸກຍູ້ການຮ່ວມມືຮອບດ້ານ ຕາມລາຍການຮ່ວມມືໄດ້ລົງນາມລະຫວ່າງບັນດາທ້ອງຖິ່ນ; ຜັນຂະຫຍາຍປະຕິບັດອັນດີ ແຈ້ງການຮ່ວມກ່ຽວກັບໝາກຜົນກອງປະຊຸມສາກົນກ່ຽວກັບການກໍ່ສ້າງເສັ້ນທາງຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ ຫວຽດນາມ - ລາວ (ໄລຍະ 2017 - 2020) ເປັນຢ່ງດີ. ແນວໂຮມ 3 ແຂວງ ຈະສືບຕໍ່ສົມທົບກັນຂົນຂວາຍປະຊາຊົນບັນດາແຂວງພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ແລະ ແກ້ໄຂສະພາບເອົາຜົວເອົາເມຍແຕ່ຍັງນ້ອຍ; ຂົນຂວາຍປະຊາຊົນເຂົ້າຮ່ວມການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນເພື່ອປະກອບສ່ວນກໍ່ສ້າງເສັ້ນທາງຊາຍແດນສັນຕິພາບ, ມິດຕະພາບ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ