ເພີ່ມທະວີການຮ່ວມມືໃນຂົງເຂດກະຈາຍສຽງລະຫວ່າງ ຫວຽດນາມ ແລະ ກຳປູເຈຍ

(VOVWORLD) - ຕອນບ່າຍວັນທີ 08 ທັນວາ, ທີ່ສູນກະຈາຍສຽງແຫ່ງຊາດ, ເຮືອນເລກທີ 58 ຖະໜົນ ກວານຊື (ຮ່າໂນ້ຍ),
ເພີ່ມທະວີການຮ່ວມມືໃນຂົງເຂດກະຈາຍສຽງລະຫວ່າງ ຫວຽດນາມ ແລະ ກຳປູເຈຍ - ảnh 1ທີ່ການຕ້ອນຮັບ 

ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງຖະແຫຼງຂ່າວ ກຳປູເຈຍ ໂດຍທ່ານລັດຖະມົນຕີ H.E Khieu Khnharith ນຳໜ້າທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ Khieu Khnharith ໄດ້ຕີລາຄາສູງການຮ່ວມມືໃນຂົງເຂດກະຈາຍສຽງລະຫວ່າງ 2 ຝ່າຍໃນໄລຍະຜ່ານມາຢ່າງມີປະສິດທິຜົນ. ທ່ານລັດຖະມົນຕີ Khieu Khnharith ຫວັງວ່າ ວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບ ກຳປູເຈຍ ພ້ອມກັນສະກັດກັ້ນບັນດາແຫຼ່ງຂ່າວເສກສັນປັ້ນແຕ່ງ ຊື່ງສົ່ງຜົນສະທ້ອນບໍ່ດີເຖິງການພົວພັນ 2 ຝ່າຍ.

        ສ່ວນທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຢືນຢັນວ່າ: ການພົວພັນ ລະຫວ່າງວິທະຍຸກະຈາຍສຽງ ຫວຽດນາມ ກັບກະຊວງຖະແຫຼງຂ່າວ ກຳປູເຈຍ ກໍ່ຄືກັບວິທະຍຸກະຈາຍສຽງ ກຳປູເຈຍ ແມ່ນດີງາມ. ທ່ານ ຫວູຫາຍ ໄດ້ສະແດງຄວາມປາດຖະໜາວ່າ ທ່ານລັດຖະມົນຕີ Khieu Khnharith ຈະສະໜັບສະໜູນແຜນນະໂຍບາຍອອກອາກາດລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ຢູ່ ກຳປູເຈຍ ດ້ວຍ 4 ພາສາຄື: ອັງກິດ, ຝະຣັ່ງ, ກຳປູເຈຍ ແລະ ຫວຽດນາມ, ພາຍໃຕ້ການຄຸ້ມຄອງຂອງວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ