ເພີ່ມທະວີການໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍຕຳຫລວດທະເລຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຫາກໍ່ເຊັນຂໍ້ຕົກລົງອະນຸມັດແຜນຮ່າງໂຄສະນາ, ເຜີຍແຜ່ ກົດໝາຍວ່າດ້ວຍຕຳຫລວດທະເລ ຫວຽດນາມ ໄລຍະ 2019 – 2023. 

ຈຸດໝາຍຂອງແຜນຮ່າງແມ່ນເພື່ອໃຫ້ພະນັກງານ, ສະມາຊິກພັກທຸກຄົນ, ກຳລັງປະກອບອາວຸດ ແລະ ປະຊາຊົນ ກຳແຫນ້ນແນວທາງ, ແຜນນະໂຍບາຍ, ທັດສະນະຂອງພັກກ່ຽວກັບການຄຸ້ມຄອງ, ປົກປັກຮັກສາທະເລໝູ່ເກາະຂອງປະເທດຊາດ, ເຂົ້າໃຈໄດ້ບັນດາບັນຫາພື້ນຖານຂອງກົດໝາຍວ່າດ້ວຍຕຳຫລວດທະເລຫວຽດນາມ. ພ້ອມທັງໂຄສະນາເພື່ອໃຫ້ບັນດາປະເທດໃນໂລກ ແລະ ໃນພາກພື້ນ ເຂົ້າໃຈ ຢ່າງຄົບຖ້ວນ, ຊັດເຈນ, ກ່ຽວກັບນະໂຍບາຍ, ກົດໝາຍຄຸ້ມຄອງ, ປົກປັກຮັກສາທະເລໝູ່ເກາະຂອງຫວຽດນາມ ເວົ້າລວມ, ກົດໝາຍວ່າດ້ວຍຕຳຫລວດຫວຽດນາມ ເວົ້າສະເພາະ, ສ້າງພາບພົດຫວຽດນາມ ແມ່ນປະເທດ ຮັກຫອມສັນຕິພາບ, ສະມາຊິກຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ມີຄວາມຮັບຜິດຊອບ, ຍາມໃດກໍ່ເຄົາລົບ, ປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງເຂັ້ມງວດ ແລະ ພ້ອມແລ້ວທີ່ຈະພ້ອມກັບປະຊາຄົມສາກົນ ຮັບມືກັບບັນດາສິ່ງທ້າທາຍລວມ, ມຸ່ງໄປເຖິງເປົ້າໝາຍຮັກສາເຂດທະເລໃຫ້ມີສະຖຽນລະພາບ, ສັນຕິພາບ, ເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ