ເພີ່ມທະວີບົດບາດແລະການເຂົ້າຮ່ວມຂອງຄົນພິການໃນປະຊາຄົມອາຊຽນ

ເພີ່ມທະວີບົດບາດແລະການເຂົ້າຮ່ວມຂອງຄົນພິການໃນປະຊາຄົມອາຊຽນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ເລ​ເລືອ​ງ​ມິງ
(ພາບ: AFP/TTXVN)

(vovworld) - ​​ ວັນ​ທີ 29/07, ຢູ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາ​ອາ​ຊຽນ ໄດ້​ດຳ​ເນີນກອງ​ປ​ະ​ຊຸ​ມ​ສຳ​ມະ​ນາ “ຫຼັກ​ການ​ສຳ​ພັດ, ມາດ​ຕະ​ຖານ ແລະ ​ການອອກ​ແບບ” ໂດຍ​ຄະ​ນະ​ເລ​ຂາ​ອາ​ຊຽນ ສົມ​ທົບ​ກັນ​ສູນ​ພັດ​ທະ​ນາ​ອາ​ຊີ ປາ​ຊີ​ຟິກ ກ່ຽວ​ກັບ​ຄົ​ນ​ພິ​ການ ຈັດ​ຕັ້ງ​ຂຶ້​ນ. ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຳ​ມະ​ນາ​ມີ​ຜູ້​ຕາງ​ໜ້າຄະ​ນະ​ຜູ້​​ແທນ​ປະ​ເທດ​ຕ່າງໆປະ​ຈຳ​ອາ​ຊຽນ, ບັນ​ດາ​ອົງ​ການ​ສັງ​ຄົມ​ພົນ​ລະ​ເຮືອນ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາກ​ົນ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ​ສຳ​ມະ​ນາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ເລ​ເລືອ​ງ​ມິງ  ເນັ້ນ​ໜັກ​ວ່າ, ອາ​ຊຽນ ​ມີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມຢ່າງ​ຍາວ​ນານ ແລະ ຂໍ້​ລິ​ເລີມ​ເພື່ອ​ຊຸກ​ຍູ້​ປະ​ຊາ​ຄົມ​ອາ​ຊຽນ, ອີງ​ໃສ່​ວິ​ວັດ​ທະ​ນາ​ການກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ປີ 2015 ແລະ ປະ​ຊາ​ຄົມ​ອາ​ຊຽນ ປີ 2025. ອາ​ຊຽນ ກໍ​ມີ​ຖ​ະ​ແຫຼງ​ການ ບ​າ​ລີ ກ່ຽວ​ກັບບົດ​ບາດ ແລະ ການ​ເຂົ້າ​ຮ່ວມ​ຂອງ​ຄົນ​ພິ​ການ​ໃນ​ປະ​ຊາ​ຄົມ​ອາ​ຊຽນ… ນອກ​ຈາກ​ການ​ປະ​ກາດ​ໃຊ້​ກົນ​ໄກລະ​ຫວ່າງ​ຂະ​ແໜງ ແລະ ວິ​ທີ​ສຳ​ພັດ​ຢູ່​ທັງ 3 ເສົ້າຄ້ຳຂອງ​ປະ​ຊາ​ຄົມ​ອາ​ຊຽນ, ສິ່ງ​ທ້າ​ທາຍ​ຕົ້ນ​ຕໍ່​ໃນ​ປະ​ຈຸ​ບັນ​ແມ່ນ​ການ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ ແລະ ລາຍ​ການ​ສະ​ອ​ຽດ​ເພື່ອ​ມອບ​ສິດໃຫ້​ຄົນ​ພິ​ການ. ກອງ​ປ​ະ​ຊຸມກໍ່​ເຕື້ອງ​ເຖິງກອບ​ຍຸດ​ທະ​ສາດກ່ຽວ​ກັບ​ການ​ພັດ​ທະ​ນາ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ 2016 – 2020 ຂອງ​ອາ​ຊຽນ, ຢັ້ງ​ຢຶນ​ຄົນ​ພິ​ການ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົ​ງ​ເຂດບຸ​ລິ​ມະ​ສິດ​ຕົ້ນ​ຕໍ່.

ຂ່າວ/ບົດ​ອື່ນ