ເພີ່ມທະວີວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳການຄ້າມະນຸດ

(VOVWORLD) - ວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳການຄ້າມະນຸດແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ ໂດຍໄດ້ຮັບຄວາມສົນໃຈສຸມໃສ່ຊີ້ນຳຢ່າງຂ້ຽວຂາດຈາກສະພາແຫ່ງຊາດ, ລັດຖະບານ ແລະ ກະຊວງຕຳຫລວດ ຫວຽດນາມ. 

ນາຍົກລັດຖະມົນຕີໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 1427/QD-TTg, ສະບັບລົງວັນທີ 18 ສິງຫາ 2011 ໃຫ້ສັດຕະຍາບັນໂຄງການດຳເນີນງານການປ້ອງກັນ, ຕ້ານອາດຊະຍາກຳການຄ້າມະນຸດໄລຍະປີ 2011 – 2015.

        ດ້ວຍບົດບາດເປັນອົງການປະຈຳການ, ກະຊວງຕຳຫລວດ ຫວຽດນາມ ໄດ້ເປັນເສນາທິການໃຫ້ຄະນະຊິີ້ນຳ 138/CP ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈັດຕັ້ງຜັນຂະຫຍາຍບັນດາມາດຕະການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳການຄ້າມະນຸດຢ່າງຂ້ຽວຂາດ ແລະ ຄົບຊຸດ. ເຖິງຢ່າງໃດກໍ່ຕາມ, ສະພາບການເຄື່ອນໄຫວຂອງອາດສະຍາກຳການຄ້າມະນຸດ, ເປັນຕົ້ນແມ່ນການຄ້າແມ່ຍິງ, ເດັກນ້ອຍແມ່ນຍັງມີການຜັນແປຢ່າງສັບສົນ.

        ຕໍ່ໜ້າສະພາບການດັ່ງກ່າວ, ກະຊວງຕຳຫລວດ ຫວຽດນາມ ໄດ້ ແລະ ພວມສຸມໃສ່ຊີ້ນຳຕຳຫລວດບັນດາກົມກອງ, ທ້ອງຖິ່ນປະຕິບັດໃຫ້ດີບັນດາວຽກງານຄືດັ່ງລຸ່ມນີ້:

-      ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ສືບຕໍ່ປະຕິບັດມະຕິເລກທີ 37/2012/QH 13, ສະບັບລົງວັນທີ 23 ພະຈິກ 2012 ຂອງສະພາແຫ່ງຊາດຢ່າງມີປະສິດທິຜົນ ກ່ຽວກັບວຽກງານປ້ອງກັນ, ຕ້ານການລະເມີດກົດໝາຍ, ອາດຊະຍາກຳ ແລະ ວຽກງານປະຕິບັດຄຳຕັດສິນຂອງສານປີ 2013 ແລະ ໂຄງການດຳເນີນງານການປ້ອງກັນ, ຕ້ານອາດຊະຍາກຳການຄ້າມະນຸດ.

-      ເປັນເຈົ້າການລາຍງານເຖິງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຊີ້ນຳບັນດາຄະນະ, ຂະແໜງການ, ໝູ່ຄະນະ, ອົງການຖະແຫຼງຂ່າວສື່ສານ ຍູ້ແຮງວຽກງານໂຄສະນາເຜີຍແຜ່ນະໂຍບາບກົດໝາຍ.

-      ເປັນເຈົ້າການກຳແໜ້ນສະພາບການ, ຄົ້ນພົບ ແລະ ແກ້ໄຂບັນດາສູນກາງຕີດຕໍ່ກ່ຽວກັບການສົມລົດທີ່ມີປັດໄຈຈາກຕ່າງປະເທດ, ສົ່ງອອກແຮງງານ, ຮັບລູກລ້ຽງທີ່ຜິດກົດໝາຍ ແນໃສ່ການເຄື່ອນໄຫວການຄ້າມະນຸດໃຫ້ຢ່າງເຖິງຖອງ.

-      ຜັນຂະຫຍາຍບັນດາບັ້ນບຸກໂຈມຕີ, ປາບປາມອາດຊະຍາກຳການຄ້າມະນຸດຢ່າງມີປະສິດທິຜົນ, ຈຸດສຸມແມ່ນເສັ້ນຊາຍແດນ ຫວຽດນາມ - ຈີນ, ຫວຽດນາມ - ກຳປູເຈຍ.

-      ຊີ້ນຳການກອບກູ້, ຮັບເອົາຜູ້ປະສົບເຄາະຮ້າຍເປັນຢ່າງດີ; ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການຜັນຂະຫຍາຍນະໂຍບາຍ, ການບໍລິການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດກັບຄືນສູ່ສະພາບເປັນປົກກະຕິຄືໜູນຊ່ວຍບັນດາຄວາມຫຍຸ້ງຍາກ, ຊ່ວຍເຂົາເຈົ້າໄດ້ດຳເນີນຊີວິດເປັນປົກກະຕິ.

-      ສົມທົບກັບບັນດາກະຊວງ, ຂະແໜງການສະເໜີການປັບປຸງ, ເພີ່ມເຕີມປະມວນກົດໝາຍອາຍາຕາມທິດເພີ່ມເຕີມບາງການກະທຳທີ່ຄຸກຄາມແມ່ຍິງ, ເດັກນ້ອຍ, ມີລັກສະນະອັນຕະລາຍຕໍ່ສັງຄົມລະບຸເຂົ້າໃນປະມວນກົດໝາຍອາຍາ…ພ້ອມທັງ, ຈະສືບຕໍ່ຄົ້ນຄວ້າ, ສະເໜີການປັບປຸງ, ເພີ່ມເຕີມ, ສ້າງສຳເລັດບັນດາເອກະສານນິຕິກຳອື່ນໆທີ່ກ່ຽວຂ້ອງໃຫ້ເໝາະສົມກັບສະພາບຕົວຈິງ.

-      ເພີ່ມທະວີການຮ່ວມມືສາກົນກັບບັນດາອົງການປະຕິບັດກົດໝາຍ, ກຳລັງຕຳຫລວດບັນດາປະເທດ ໃນນັ້ນ, ສຸມໃສ່ຜ່ານການຮ່ວມມືກັບ Interpol, ASEANAPOL ໃນວຽກງານປ້ອງກັນ, ຕ້ານອາດສະຊາກຳການຄ້າມະນຸດ.

 

ຕອບກັບ

ຂ່າວ/ບົດ​ອື່ນ