ເພີ່ມທະວີວຽກງານປ້ອງກັນຕ້ານການຄ້າເຖື່ອນ, ສິນຄ້າປອມ

(VOVWORLD) - ຕອນເຊົ້າວັນທີ 1/7, ຢູ່ ຮ່າໂນ້ຍ, ກະຊວງອຸດສາຫະກຳ ການຄ້າ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນມູນເຊື້ອຂອງກຳລັງຄຸ້ມຄອງຕະຫຼາດ (3/7/1957-3/7/2017).
ເພີ່ມທະວີວຽກງານປ້ອງກັນຕ້ານການຄ້າເຖື່ອນ, ສິນຄ້າປອມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ກ່າວຄຳເຫັນທີ່ພິທີ

ກ່າວຄວາມເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ຕ້ານການຄ້າເຖື່ອນ, ການສໍ້ໂກງດ້ານການຄ້າ ແລະ ສິນຄ້າປອມ (ຄະນະຊີ້ນຳ 389 ແຫ່ງຊາດ), ເນັ້ນໜັກວ່າ: ໃນສະພາບການປະເທດຊາດພວມເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ, ແລະເຂົ້າຮ່ວມບັນດາສັນຍາສອງຝ່າຍ, ຫຼາຍຝ່າຍນັ້ນ, ໄພສິນຄ້າເຖື່ອນ, ສິນຄ້າປອມ, ແລະ ການລະເມີດຊັບສິນທາງປັນຍາອາດຈະສືບຕໍ່ມີການຜັນແປຢ່າງສັບສົນ, ແຍບຍົນ ແລະ ມີປັດໃຈຕ່າງປະເທດ. ດ້ວຍບົດບາດເປັນກຳລັງຕົ້ນຕໍໃນວຽກງານກວດກາການປະຕິບັດກົດໝາຍຢູ່ຕະຫຼາດພາຍໃນນັ້ນ, ກຳລັງຄຸ້ມຄອງຕະຫຼາດຕ້ອງຮັບຮູ້ຄວາມຮັບຜິດຊອບຢ່າງຈະແຈ້ງ, ແກ້ໄຂບັນດາການກະທຳລະເມີດຢ່າງເຂັ້ມງວດ.

        “ຕ້ອງກຳນົດວຽກງານຕ້ານການຄ້າເຖື່ອນ, ສິນຄ້າປອມແມ່ນໜ້າທີ່ ປະຈຳ, ຕໍ່ເນື່ອງ ເພື່ອສືບຕໍ່ເປັນເສນາທິການ ແລະ ຈັດຕັ້ງການປະຕິບັດຢ່າງມີປະສິດທິຜົນ. ກວດກາຢ່າງມີຈຸດສຸມສຳລັບປະເພດສິນຄ້າທີ່ຈຳເປັນ, ຮັບໃຊ້ໃຫ້ແກ່ການຜະລິດ, ຊີວິດການເປັນຢູ່, ປະກອບສ່ວນຮັກສາການຜະລິດພາຍໃນ, ຮັບປະກັນຜົນປະໂຫຍດຂອງຜູ້ບໍລິໂພກ, ອຸປະໂພກ, ປັບປຸງການເຄື່ອນໄຫວກວດກາວິສາຫະກິດ. ສືບຕໍ່ກວດກາ, ປັບປຸງ, ເພີ່ມເຕີມເອກະສານດ້ານກົດໝາຍ, ແກ້ໄຂສິ່ງທີ່ຍັງຄົງຄ້າງກ່າຍກອງກັນໃນການຄຸ້ມຄອງ, ບໍ່ປະໃຫ້ບັນດາເປົ້າໝາຍສວຍໂອກາດເພື່ອດຳເນີນການຄ້າເຖື່ອນ ແລະ ຜະລິດ, ດຳເນີນທຸລະກິດສິນຄ້າປອມ“.

ຕອບກັບ

ຂ່າວ/ບົດ​ອື່ນ