ເພີ່ມ​ທະ​ວີ​​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປ​ັນ​ມູນ​ເຊື້ອ ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ

(VOVWORLD) - ທີ່ການພົບປະ, ການນຳສາມປະເທດ ໄດ້ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດໃຫຍ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງສາມພັກ, ສາມປະເທດ ໃນຂົງເຂດຕ່າງໆໃນໄລຍະຈະມາເຖິງ.



ເພີ່ມ​ທະ​ວີ​​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປ​ັນ​ມູນ​ເຊື້ອ ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ - ảnh 1ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ການພົບປະ
(ພາບ: TTXVN)

ວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ທ່ານປະທານພັກປະຊາຊົນ ກຳປູເຈຍ Samdech Techo Hun Sen ແລະ ທ່ານເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ທອງລຸນ ສີສຸລິດ ໄດ້ມີການພົບປະຂັ້ນສູງ ຫວຽດນາມ - ກຳປູເຈຍ - ລາວ. ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ເພື່ອແນໃສ່ປັບປຸງ, ເພີ່ມທະວີການພົວພັນລະຫວ່າງສາມພັກ ແລະ ປະຊາຊົນສາມປະເທດ ຫວຽດນາມ - ກຳປູເຈຍ - ລາວ ໃນສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປທີ່ສັບສົນ ແລະ ທັງສາມພັກ, ສາມປະເທດ ໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ທີ່ການພົບປະ, ການນຳສາມປະເທດ ໄດ້ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດໃຫຍ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງສາມພັກ, ສາມປະເທດ ໃນຂົງເຂດຕ່າງໆໃນໄລຍະຈະມາເຖິງ.

ຕາມນັ້ນແລ້ວ, ບັນດາການນຳກໍ່ໄດ້ເນັ້ນໜັກວ່າໃນສະພາບການປັດຈຸບັນ, ສາມພັກ, ສາມ ປະເທດ ຕ້ອງເພີ່ມທະວີຄວາມສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນ, ສືບຕໍ່ຖືການພົວພັນລະຫວ່າງສາມພັກແມ່ນຫຼັກແຫຼ່ງ, ກຳນົດທິດໃຫ້ແກ່ ການພົວພັນລວມສາມປະເທດ, ປັບປຸງເສົາຄ້ຳກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເພີ່ມທະວີການຮ່ວມມືໃນວຽກງານການຕ່າງປະເທດ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການສຶກສາ, ວິທະຍາສາດ - ເຕັກນິກ, ການທ່ອງທ່ຽວ, ກະສິກຳ…

ຕອບກັບ

ຂ່າວ/ບົດ​ອື່ນ