ເພີ່ມທະວີສາຍພົວພັນສາມັກຄີລະຫວ່າງຫວຽດນາມ, ລາວ, ກຳປູເຈຍ

ເພີ່ມທະວີສາຍພົວພັນສາມັກຄີລະຫວ່າງຫວຽດນາມ, ລາວ, ກຳປູເຈຍ - ảnh 1
ພິທີຕ້ອນຮັບ​ຄະນະ​ຜູ້​ແທນສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ
ແລະ ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບກຳປູ​ເຈຍ - ຫວຽດນາມ
(ພາບ: mod.gov.vn)


(vovworld) –  ຕອນ​ເຊົ້າ​ວັນ​ທີ 12/05, ຢູ່​ຮ່າ​ໂນ້ຍ, ພົນ​ຕີ ຫງວຽນ​ຈ້ອງ​ເຫງັ້ຍ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ ​ໂດຍ​ພົນ​ຈັດຕະວາ ພູ​ວົງ ວົງ​ພົມ, ຜູ້ຮັກສາການຫົວໜ້າກົມໃຫຍ່ພະລາທິການກະຊວງ​ປ້ອງ​ກັນ​ປະ​ເທດລາວ ​ເປັນ​ຫົວ​ໜ້າ​ຄະນະ ​ແລະ ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບກຳປູ​ເຈຍ - ຫວຽດນາມ ​ໂດຍຈອມພົນ Oc Nha Chao Phally, ຮອງ​ລັດຖະມົນຕີ​​ກະຊວງ​ປ​້ອງກັນ​ປະ​ເທດກຳປູ​ເຈຍ ​ເປັນ​ຫົວໜ້າ​ຄະ​ນະ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ພົນ​ຕີ ຫງວຽນ​ຈ້ອງ​ເຫງັ້ຍ ​ເນັ້ນ​ໜັກ​ວ່າ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ມີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ, ມີຄວາມ​ສາມັກຄີ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ. ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຂອງ 2 ຄະນະຜູ້​ແທນ​ຄັ້ງ​ນີ້ແມ່ນ​ເພື່ອ​ສືບ​ຕໍ່​ປັບປຸງ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 3 ປະ​ເທດ​ຫວຽດນາມ, ລາວ, ກຳ​ປູ​ເຈຍ ກວ່າ​ອີກ.

ຂ່າວ/ບົດ​ອື່ນ