ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ແລະ ພັກກອມ​ມູ​ນິດ ຍີ່​ປຸ່ນ

(VOVWORLD) -   ວັນທີ 17 ສິງຫາ, ຢູ່ສຳນັກງານພັກກອມມູນິດ ຍີ່ປຸ່ນ ຕັ້ງຢູ່ ໂຕກຽວ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ຍື່ນຈົດໝາຍຂອບໃຈຂອງທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແດ່ທ່ານປະທານຄະນະປະທານ, ຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ນປຸ່ນ Shii Kazuo.
 ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ແລະ ພັກກອມ​ມູ​ນິດ ຍີ່​ປຸ່ນ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ເຂົ້າຢ້ຽມຂ່ຳນັບ ທ່ານປະທານຄະນະປະທານ, ຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ນປຸ່ນ Shii Kazuo

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ຢັ້ງຢືນວ່າ ສາຍພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງແຮງ ແລະ ຮອບດ້ານດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ. ສອງປະເທດມີການແບ່ງປັນ, ເຫັນອົກເຫັນໃຈ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຕັ້ງໜ້າຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດຢ່າງແທ້ຈິງ. ພັກກອມມູນິດ ຫວຽດນາມ ຍາມໃດກໍຖືສາຍພົວພັນຮ່ວມມື, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອກັບ ພັກກອມມູນິດ ຍີ່ປຸ່ນ ເປັນສຳຄັນ. ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ສາຍພົວພັນສາມັກຄີ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ພັດທະນາຢ່າງແຮງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ  ໃນໂລກ.

        ສ່ວນທ່ານປະທານພັກກອມມູນິດ ຍີ່ປຸ່ນ Shii Kazuo  ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19; ພ້ອມທັງສະແດງຄວາມປາດຖະໜາວ່າ, ເມື່ອສະພາບການໂລກລະບາດໄດ້ຮັບການຄວບຄຸມ, ສອງພັກ ຈະເຊື່ອມຕໍ່ການຢ້ຽມຢາມຂອງການນຳຂັ້ນສູງ, ການພົບປະແລກປ່ຽນ, ແລກປ່ຽນທິດສະດີ ລະຫວ່າງສອງພັກໃຫ້ກັບຄືສູ່ປົກກະຕິໂດຍໄວ.

ບຸ່ຍຮຸ່ງ - ນັກຂ່າວ VOV ປະຈຳ ໂຕກຽວ.

ຕອບກັບ

ຂ່າວ/ບົດ​ອື່ນ