ເພີ່ມເຕີມກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ) ເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດ 2023

(VOVWORLD) -ຄະນະປະຈຳສະພາແຫ່ງຊາດ ເຫັນດີເພີ່ມເຕີມຮ່າງກົດໝາຍ 2 ສະບັບດັ່ງກ່າວເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2023.
ເພີ່ມເຕີມກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ) ເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດ 2023 - ảnh 1ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ເລື່ອງສະເໜີເພີ່ມເຕີມເຂົ້າໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2023
(ພາບ: VGP)

        ຕອນເຊົ້າວັນທີ 17 ມີນາ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ເລື່ອງສະເໜີເພີ່ມເຕີມເຂົ້າໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2023 ສຳລັບຮ່າງກົດໝາຍ 2 ສະບັບ, ຄື: ກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ), ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ). ຄຳເຫັນສ່ວນຫຼາຍໄດ້ເຫັນດີ, ຄະນະປະຈຳສະພາແຫ່ງຊາດ ເຫັນດີເພີ່ມເຕີມຮ່າງກົດໝາຍ 2 ສະບັບດັ່ງກ່າວເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2023.

        ເມື່ອປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ, ເລື່ອງປັບປຸງ, ເພີ່ມເຕີມແມ່ນມີຄວາມໝາຍສຳຄັນທີ່ສຸດ ເພື່ອປັບປຸງພື້ນຖານ, ຮັບປະກັນຄວາມປອດໄພໃຫ້ແກ່ລະບົບ, ເພີ່ມຄວາມຕ້ານທານຂອງພື້ນຖານເສດຖະກິດ ແລະ ບັນດາອົງການສິນເຊື່ອຕໍ່ບັນດາການກະທົບຢ່າງແຮງ.

        ສຳລັບຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ), ມີຜູ້ແທນຫຼາຍທ່ານກໍ່ສະເໜີຕ້ອງຊັ່ງຊາເລື່ອງເຮັດບັດປະຈຳຕົວພົນລະເມືອງໃຫ້ແກ່ເດັກທີ່ມີອາຍຸຕ່ຳກວ່າ 14 ປີ. ທີ່ກອງປະຊຸມຍັງມີຫຼາຍຄຳເຫັນຖືວ່າ ເລື່ອງປັບປຸງກົດໝາຍນີ້ແມ່ນຈຳເປັນທີ່ສຸດ, ຈະປະກອບສ່ວນເພື່ອບັນລຸໄດ້ເປົ້າໝາຍ ພົນລະເມືອງ 100% ໃຊ້ຂໍ້ມູນສ່ວນຕົວຜ່ານທາງເອເລັກໂຕນິກຄືດັ່ງເປົ້າໝາຍທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ