ເພີ່ມເຕີມບັນດາຍຸດທະສາດເພື່ອພັດທະນາທ່ອງທ່ຽວໃຫ້ກາຍເປັນຂະແຫນງປາຍແຫລມ

(VOVWORLD) -ວັນທີ 26 ທັນວາ ຢູ່ ຮ່າໂນ້ຍ, ຄະນະຊີ້ນຳແຫ່ງລັດກ່ຽວກັບການທ່ອງທ່ຽວຈັດຕັ້ງການປະຊຸມສະຫລຸບວຽກງານປີ 2017, ຜັນຂະຫຍາຍຫນ້າທີ່ປີ 2018 ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວຫນ້າຄະນະຊີ້ນຳແຫ່ງລັດກ່ຽວກັບການທ່ອງທ່ຽວ.

ເພີ່ມເຕີມບັນດາຍຸດທະສາດເພື່ອພັດທະນາທ່ອງທ່ຽວໃຫ້ກາຍເປັນຂະແຫນງປາຍແຫລມ  - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ  ກ່າວຄຳເຫັນທີ່ກອງປະຊຸມ

ພາບ:TTXVN

 

ຕາມການຕີລາຄາແລ້ວ, ປີ 2017 ຂະແຫນງທ່ອງທ່ຽວຫວຽດນາມ ປະຕິບັດສຳເລັດຫນ້າທີ່ແມ່ນບັນລຸຄາດໝາຍການເຕີບໂຕ 30% ຈຳນວນແຂກທ່ອງທ່ຽວສາກົນ, ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ເປົ້າໝາຍເຕີບໂຕເສດຖະກິດຂອງປະເທດຊາດ, ວຽກງານໂຄສະນາພາບພົດ, ສົ່ງເສີມການທ່ອງທ່ຽວ ແລະ ການປ່ຽນໃຫມ່.

ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ເພື່ອສືບຕໍ່ຮັກສາທ່າເຕີບໂຕຄືປະຈຸບັນ, ຂະແຫນງທ່ອງທ່ຽວຫວຽດນາມ ຕ້ອງສ້າງສຳເລັດຜະລິດຕະພັນທ່ອງທ່ຽວ, ສະຖານທີ່ພັກອາໄສ, ຊັບພະຍາກອນມະນຸດດ້ານທ່ອງທ່ຽວ, ຫໍພິພິດທະພັນ ແລະ ອື່ນໆ.  ຂະແຫນງທ່ອງທ່ຽວຄວນສືບຕໍ່ເພີ່ມເຕີມຍຸດທະສາດ, ວາງແຜນກຳນົດໃຫ້ເໝາະສົມ, ເປັນຕົ້ນແມ່ນ ຕ້ອງປະຕິບັດໃຫ້ໄດ້ແຜນຮ່າງສ້າງໂຄງປະກອບຂະແຫນງທ່ອງທ່ຽວຄືນໃຫມ່ ຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແຫນງປາຍແຫລມ. ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຄວນກຳນົດບາງຫນ້າທີ່ເພື່ອສືບຕໍ່ພັດທະນາການທ່ອງທ່ຽວ ດ້ວຍບັນດາຈຸດສຸມລະອຽດ ເພື່ອຍົກສູງການໂຄສະນາພາບພົດທ່ອງທ່ຽວຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວປອດໄພ ແລະ ສະຫນິດສະຫນົມ.

ຕອບກັບ

ຂ່າວ/ບົດ​ອື່ນ