ເມືອງເກາະ ລີເຊີນ ຈັດຕັ້ງພິທີອາໄລຫາທະຫານປ້ອງກັນໝູ່ເກາະຮ່ວາງຊາ

(VOVWORLD) - ຕອນເຊົ້າວັນທີ 20 ເມສາ ຢູ່ ເຂດປູຊະນີຍະສະຖານລະດັບຊາດ ສາລາບ້ານ ອານຫວີງ ຕາແສງ ອານຫວີງ ເມືອງ ລີເຊີນ ແຂວງ ກວ໋າງຫງາຍ, ບັນດາວົງຕະກູນຢູ່ທີ່ນີ້ ໄດ້ຈັດຕັ້ງພິທີອາໄລຫາທະຫານປ້ອງກັນໝູ່ເກາະຮ່ວາງຊາ.

ເມືອງເກາະ ລີເຊີນ ຈັດຕັ້ງພິທີອາໄລຫາທະຫານປ້ອງກັນໝູ່ເກາະຮ່ວາງຊາ  - ảnh 1

 ພາບປະກອບ: :tuyengiao.vn

ພິທີອາໄລຫາ ທະຫານປ້ອງກັນ ໝູ່ເກາະຮ່ວາງຊາ ແມ່ນພິທີກຳທີ່ຕິດພັນກັບຊີວິດການເປັນຢູ່ຂອງ ປະຊາຊົນ ຢູ່ເກາະລີເຊີນ ຊື່ງໄດ້ຈັດຂຶ້ນປະຈຳປີ ເພື່ອສະແດງຄວາມຮູ້ບຸນຄຸນຂອງບັນດາທະຫານໃນເມື່ອກ່ອນທີ່ໄດ້ມີຄຸນງາມຄວາມດີໃນການປັກຫລັກໝາຍ, ຢັ້ງຢືນ, ປົກປັກຮັກສາອະທິປະໄຕໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ທ່ານ ຫງວຽນແທ່ງເຟືອງ, ຫົວຫນ້າຄະນະຈັດຕັ້ງພິທີສະເຫລີມສະຫລອງຂອງ ສາລາບ້ານ ອານຫວີງ ເມືອງ ລີເຊີນ ໃຫ້ຮູ້ວ່າ:

“ວັນບຸນນີ້ ມີຄວາມໝາຍ ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ເປັນການສະແດງຄວາມຮູ້ບຸນຄຸນບັນດາບັນພະບຸລຸດທີ່ໄດ້ເສຍສະຫລະຊີວິດເພື່ອປົກປັກຮັກສາໝູ່ເກາະ ຮ່ວາງຊາ, ເຈື່ອງຊາ. ແລະ ກໍ່ເປັນແບບຢ່າງເພື່ອໃຫ້ຄົນລຸ້ນຫລັງສືບທອດ.”

 

ຕອບກັບ

ຂ່າວ/ບົດ​ອື່ນ