ເຢຍ​ລະ​ມັນ, ຝ​ລັ່ງ, ອີ​ຕາ​ລີ ນາບ​ຂູ່​ລົງ​ໂທດ​ບັນ​ດາ​ປະ​ເທດ​ແຊກ​ແຊງວ​ຽກ​ງານ​ພາຍ​ໃນ​ຂອງ​ລີ​ບີ

(VOVWORLD) -ວັນທີ 18 ກໍລະກົດ, ການນຳ 3 ປະເທດ ເຢຍລະມັນ, ຝລັ່ງ ແລະ ອີຕາລີ ໄດ້ຍົກອອກຖະແຫຼງການຮ່ວມ ຮຽກຮ້ອງໃຫ້ບັນດາປະເທດ “ຈົ່ງຢຸດຕິການເພີ່ມທະວີການແຊກແຊງ” ເຂົ້າວຽກງານພາຍໃນຂອງລີບີ ແລະ ເຄົາລົບຄຳສັ່ງຫ້າມຂົນສົ່ງອາວຸດ ໂດຍສະພາຄວາມໝັ້ນຄົງ ສປຊ ຈັດວາງສຳລັບປະເທດ ອາຟຼິກກາເໜືອນີ້.
ເຢຍ​ລະ​ມັນ, ຝ​ລັ່ງ, ອີ​ຕາ​ລີ ນາບ​ຂູ່​ລົງ​ໂທດ​ບັນ​ດາ​ປະ​ເທດ​ແຊກ​ແຊງວ​ຽກ​ງານ​ພາຍ​ໃນ​ຂອງ​ລີ​ບີ - ảnh 1ກະລັງສະໜັບສະໜູນລັກຖະບານຢູ່ພາກໃຕ້ລີບີ (ພາບ:THX/TTXVN

ໃນຖະແຫຼງການທີ່ໄດ້ຍົກອອກມາ ພາຍຫຼັງການປຶກສາຫາລືກ່ຽວກັບສະພາບການ ລີບີ ຢູ່ນອກກອງປະຊຸມສຸດຍອດຂອງ ສະຫະພາບເອີລົບ (EU) ຢູ່ Brussels, ທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ແລະ ທ່ານ Giuseppe Conte ນາຍົກລັດຖະມົນຕີອີຕາລີ ໄດ້ເນັ້ນໜັກວ່າ 3 ປະເທດພ້ອມແລ້ວທີ່ຈະຄິດໄລ່ຊັ່ງຊາ ການນຳໃຊ້ບັນດາມາດຕະການລົງໂທດ ຖ້າຫາກວ່າ ບັນດາການກະທຳລະເມີດຄຳສັ່ງຫ້າມຂົນສົ່ງທາງທະເລ, ທາງບົກ ຫຼື ທາງອາກາດ ສືບຕໍ່ໄດ້ດຳເນີນ, ພ້ອມທັງລໍຖ້າຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການພົວພັນທາງການຕ່າງປະເທດຂອງສະຫະພາບ ເອີລົບ (EU) ຍົກອອກຂໍ້ສະເໜີກ່ຽວກັບບັນຫານີ້.

ນີ້ແມ່ນຄັ້ງທຳອິດ 3 ປະເທດໃຫຍ່ຢູ່ເອີລົບ ໄດ້ນາບຂູ່ລົງໂທດ, ໃນສະພາບການເກີດຄວາມວິຕົກກັງວົນກ່ຽວກັບການເກີດສົງຄາມຢູ່ລີບີ, ໃນນັ້ນທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ເນັ້ນໜັກເຖິງການແຊກແຊງຂອງຕ່າງປະເທດເຂົ້າລີບີ ພວມຂຶ້ນເຖິງ “ລະດັບທີ່ຍບໍ່ເຄີຍມີ”.

ຕອບກັບ

ຂ່າວ/ບົດ​ອື່ນ