ເຢຍລະມັນ: ພັກ SPD ກໍ່ຄວາມກົດດັນຕໍ່ນາຍົກລັດຖະມົນຕີ Merkel ກ່ອນການເຈລະຈາ

(VOVWORLD) -ວັນທີ 28 ພະຈິກ, ພັກປະຊາທິປະໄຕສັງຄົມ (SPD) ໄດ້ກໍ່ຄວາມກົດດັນ, ຮຽກຮ້ອງໃຫ້ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angel Merkel ຈົ່ງດຳເນີນການຕຳໜິວິຈານທ່ານລັດຖະມົນຕີກະຊວງກະສິກຳ Christian Schmidt

ເຢຍລະມັນ: ພັກ SPD ກໍ່ຄວາມກົດດັນຕໍ່ນາຍົກລັດຖະມົນຕີ Merkel ກ່ອນການເຈລະຈາ - ảnh 1(ພາບປະກອບ: REUTERS/TTXVN)

ເຊິ່ງເປັນສະມາຊິກໃນກຸ່ມນິຍົມຮັກສາເດີມຂອງທ່ານນາງ ຍ້ອນມີບັນດາການກະທຳສະໜັບສະໜູນໃນການຕໍ່ກຳນົດເວລານຳໃຊ້ທາດ Glyphosate, ເຊິ່ງແມ່ນທາດເຄມີຂ້າຫຍ້າ ທີ່ກໍ່ຄວາມໂຕ້ຖຽງກັນໃນການປ່ອນບັດຢູ່ສະຫະພາບເອີລົບ (ອີຢູ) ຖືກດຳເນີນກ່ອນໜ້ານັ້ນໜຶ່ງວັນ. ທ່ານນາງລັດຖະມົນຕີກະຊວງສິ່ງແວດລ້ອມ Barbara Hendrick ຂຶ້ນກັບພັກ SPD ຖືວ່າ, ການກະທຳດັ່ງກ່າວຂອງທ່ານລັດຖະມົນຕີກະຊວງກະສິກຳ Christian Schmidt ໄດ້ກໍ່ຄວາມເສຍຫາຍເຖິງຄວາມໄວ້ເນື້ອເຊື່ອໃຈຂອງ 2 ຝ່າຍ ໃນສະພາວະທີ່ SPD ແລະ ພັກສຳພັນທະມິດປະຊາທິປະໄຕ / ສັງຄົມຄິດສຕຽນ (CDU/SCU) ຂອງທ່ານນາງ Merkel ພວມມານະພະຍາຍາກະກຽມດຳເນີນການເຈລະຈາສ້າງຕັ້ງລັດຖະບານປະສົມ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ Merkel ຍັງບໍ່ທັນຍົກອອກຄຳວິຈານໃດໆຕໍ່ບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ